Vientiane Times Lao
ຫຼາຍບ້ານ ພາຍໃນເມືອງຫາດຊາຍຟອງ ທີ່ຢູ່ລຽບແຄມແມ່ນໍ້າຂອງ ຈົ່ງກຽມຄວາມພ້ອມຮັບມືກັບໄພນໍ້າຖ້ວມ

ຫຼາຍບ້ານ ພາຍໃນເມືອງຫາດຊາຍຟອງ ທີ່ຢູ່ລຽບແຄມແມ່ນໍ້າຂອງ ຈົ່ງກຽມຄວາມພ້ອມຮັບມືກັບໄພນໍ້າຖ້ວມ

ອົງການປົກຄອງ ເມືອງຫາດຊາຍຟອງ ອອກແຈ້ງມາຍັງບັນດານາຍບ້ານ 60 ບ້ານ ພາຍໃນເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃຫ້ເພີ່ມທະວີຄວາມເອົາໃຈໃສ່ ໃນການກະກຽມຄວາມພ້ອມຮັບມືກັບໄພນໍ້າຖ້ວມ ຍ້ອນປະຈຸບັນ ແມ່ນມີຝົນຕົກຢ່າງຕໍ່ເນື່ອງ, ເຮັດໃຫ້ລະດັບແມ່ນໍ້າຂອງ, ຫ້ວຍ, ຮ່ອງ, ຄອງ, ບຶງຕ່າງໆ ເພີ່ມຂຶ້ນ ແລະ ມີນໍ້າອັ່ງ-ນໍ້າຂັງ ຢູ່ບັນດາບ້ານພາຍໃນເມືອງ ໂດຍສະເພາະແມ່ນ 36 ບ້ານ ທີ່ຢູ່ລຽບແຄມແມ່ນໍ້າຂອງ ຈົ່ງໄດ້ເອົາໃຈໃສ່ໃນການນໍາພາ ປະຊາຊົນເຂົ້າຮ່ວມແກ້ໄຂ ແລະ ໃຫ້ກະກຽມຄວາມພ້ອມຮັບມື ປ້ອງກັນໄພນໍ້າຖ້ວມ ລາຍລະອຽດລະບຸຕາມແຈ້ງການ.

Related Articles

Leave a Reply