Vientiane Times Lao
ຫຼາຍພາກສ່ວນ ມອບເຄື່ອງ ແລະ ເງິນຊ່ວຍເຫຼືອ ຕ້ານພະຍາດໂຄວິດ-19

ຫຼາຍພາກສ່ວນ ມອບເຄື່ອງ ແລະ ເງິນຊ່ວຍເຫຼືອ ຕ້ານພະຍາດໂຄວິດ-19

ບັນດາບໍລິສັດ ແລະ ພາກສ່ວນຕ່າງໆ ໄດ້ມອບເງິນລວມມູນຄ່າທັງໝົດ 9,6 ລ້ານໂດ​ລາ ແລະ 1,75 ຕື້​ກີບ ໃຫ້ແກ່ລັດຖະບານລາວ ເພື່ອນຳໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ ໂດຍມີພິທີມອບຮັບການຊ່ວຍເຫຼືອດັ່ງກ່າວເມື່ອວັນທີ 26 ເມສາ 2021 ທີ່ຜ່ານມານີ້ ທີ່ສໍານັກງານນາຍົກລັດຖະມົນຕີ ຊຶ່ງຕາງໜ້າລັດຖະບານ ແຫ່ງ ສປປ ລາວ ຮັບໂດຍ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

ການຊ່ວຍເຫຼືອໃນຄັ້ງນີ້ ປະກອບມີ 12 ພາກ​ສ່ວນ ຄື: ບໍລິສັດພົງຊັບທະວີກໍ່ສ້າງຂົວທາງ, ເຄຫາສະຖານ ແລະ ຊົນລະປະທານ ຈໍາກັດຜູ້ດຽວ ປະ​ກອບ​ສ່ວນ​ຈັດ​ຊື້​ວັກ​ຊີນ​​ກັນພະ​ຍາດໂຄວິດ-19 ຈໍ​ນວນ 80.000 ໂດ​ສ ມູນ​ຄ່າ 2 ລ້ານ​ໂດ​ລາ​ສະ​ຫະ​ລັດ ​ໃຫ້​ແກ່ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ ສ​ປ​ປ ລາວ, ບໍລິສັດຈະເລີນເຊກອງ ພະລັງງານຈໍາກັດ ປະ​ກອບ​ສ່ວນ​ຈັດ​ຊື້​ວັກ​ຊີນ​​ກັນພະ​ຍາດໂຄວິດ-19 ຈໍາ​ນວນ 80.000 ໂດ​ສ ມູນ​ຄ່າ 2 ລ້ານ​ໂດ​ລາ​ ​ໃຫ້​ແກ່​ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ ເພື່ອ​ສັກ​ໃຫ້​ບັນ​ດາ​ຄູ-ອາ​ຈານ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​, ບໍລິສັດທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າຈໍາກັດຜູ້ດຽວ ປະ​ກອບ​ສ່ວນ​ຈັດ​ຊື້​ວັກ​ຊີນ​​ກັນພະ​ຍາດໂຄວິດ-19 ຈໍາ​ນວນ 80.000 ໂດ​ສ ມູນ​ຄ່າ 2 ລ້ານ​ໂດ​ລາ​ ໃຫ້​ແກ່​ລັດ​ຖະ​ບານ, ບໍລິສັດ ເອໄອເອັຟ (AIF) ມອບວັກຊີນ ຈໍານວນ 60.000 ໂດ​ສ, ມູນຄ່າ 1,5 ລ້ານໂດລາ; ບໍລິສັດ PT Sole LTD ມອບເງິນຊ່ວຍເຫຼືອຈໍານວນ 1,5 ລ້ານໂດລາ, ກຸ່ມບໍລິສັດພອນສັກ ປະ​ກອບ​ສ່ວນ​ຈັດ​ຊື້​ວັກ​ຊີນ​​ກັນພະ​ຍາດໂຄວິດ-19 ຈໍາ​ນວນ 20.000 ໂດ​ສ ມູນຄ່າ 5 ແສນໂດລາ ໃຫ້​ບັນ​ດາ​ຄູ-ອາ​ຈານ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ; ລັດວິສາຫະກິດໄຟຟ້າລາວ ມອບ​ຜ້າ​ປິດ​ປາກ-ດັງ ຈຳ​ນວນ 50.000 ກ່ອງ ມູນ​ຄ່າ 1,3 ຕື້ກີບ, ບໍລິສັດລ້ານຊ້າງມິເນໂຣນ​ສ໌ ລິ​ມິ​ເຕັດ ບໍ່​ຄຳ​ເຊ​ໂປນ ມອບເງິນສົດຈໍານວນ​ 1 ແສນໂດລາສະຫະລັດ, ສະມາຄົມນັກທຸລະກິດຍິງ ມອບເງິນສົດ ແລະ ​ອຸ​ປະ​ກອນ​ຮັບ​ໃຊ້​ທາງ​ການ​ແພດ ຈໍານວນ 190 ລ້ານກວ່າກີບ, ບໍລິສັດລາວວີໄອພີພັດທະນາການລົງທຶນ ຈໍາກັດຜູ້ດຽວ ມອບ​ເງິນຊ່ວຍ​ເຫຼືອຈໍານວນ 100 ລ້ານກີບ, ບໍລິສັດຈະເລີນຊັບຍິ່ງຈະເລີນ ມອບ​ເງິນຊ່ວຍ​ເຫຼືອຈໍານວນ 100 ລ້ານກີບ ແລະ ສະມາຄົມມິດຕະພາບ ລາວ-ຈີນ ມອບຕຽງ ພ້ອມ​ໝອນ ມູນ​ຄ່າ 66 ລ້ານກວ່າກີບ.

ພາບ-ຂ່າວ: ກົມປະຊາສຳພັນ ຫສນຍ

Related Articles

Leave a Reply