Vientiane Times Lao
ຫຼາຍແຂວງຖືກນ້ຳຖ້ວມຊູກະທັນຫັນ

ຫຼາຍແຂວງຖືກນ້ຳຖ້ວມຊູກະທັນຫັນ

ຈາກ​ກໍ​ລະ​ນີ​ທີ່​ມີ​ຝົນ​ຕົກປານ​ກາງ ຫາ​ໜັກ​ຕິດ​ຕໍ່​ກັນ​ຫຼາຍ​ວັນ​ນັບ​ແຕ່​ວັນ​ທີ 11 ຫາ 13 ມິ​ຖຸ​ນາ 2021 ​ຢູ່​ເກືອບ​ທຸກ​ແຂວງ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ລວມ​ທັງ​ນະ​ຄອນ​ຫຼວງວຽງ​ຈັນ​ໄດ້​ເຮັດ​ໃຫ້​ເກີດ​ນ້ຳ​ຖວ້ມ​ຊູ​ກະ​ທັນ​ຫັນເມື່ອ​ວັນ​ທີ 13 ມິ​ຖຸ​ນາ 2021 ທີ່​ຜ່ານ​ມາ  ຊຶ່ງ​ນ້ຳ​ໄດ້​ໄຫຼຖ້ວມເທດ​ສະ​ບານ​ແຂວງ​ບາງ​ແຂວງ, ​ເນື້ອ​ທີ່​ນາ, ສວນຂອງ​ປະ​ຊາ​ຊົນ ແລະ ນ້ຳ​ປ່າ​ໄຫຼ​ຫຼາກພັດ​ເຮືອນ​ປະ​ຊາ​ຊົນ​ຈຳ​ນວນ​ໜຶ່ງ​ ໂດຍ​ສະ​ເພາະ​ບັນ​ດາ​ບ້ານ ແລະ ເມືອງທີ່​ຢູ່​ຕິດແຄ​ມ​ແມ່ນ້ຳ​ຕ່າງໆ​ທີ່​ເປັນ​ສາ​ຂາ​ຂອງ​ແມ່​ນ້ຳ​ງື່ມ ແລະ ແມ່​ນ້ຳ​ຂອງ.

​ອີງ​ຕາມ​ຂໍ້​ມູນ​ເບື້ອງ​ຕົ້ນ​ໃຫ້​ຮູ້​ວ່າ: ເ​ຂດ​ນ້ຳ​ຖ້ວມ​ກະ​ທັນ​ຫັນດັ່ງ​ກ່າວ​ແມ່ນ​ຢູ່ເມືອງວັງ​ວຽງ ແລະ ເມືອງ​ໂພນ​ໂຮງ ແຂວງວຽງ​ຈັນ, ຢູ່ເມືອງ​ຜາ​ໄຊ ແລະ ເມືອງ​ຄູນ ແຂວງ​ຊຽງ​ຂວາງ, ຢູ່ເມືອງ​ໄຊ​ຍະ​ບູ​ລີ ແຂວງ​ໄຊ​ຍະ​ບູ​ລີ, ເມືອງ​ຜາ​ອຸ​ດົມ ແຂວງ​ບໍ່​ແກ້ວ ແຕ່​ຍັງ​ບໍ່​ທັນ​ມີ​ລາຍ​ງານ​ຜົນ​ເສຍ​ຫາຍ​ຈາກ​ອຳ​ນາດ​ການ​ປົກ​ຄອງ​ຂອງ​ບັນ​​ດາ​ເມືອງ​ດັ່ງ​ກ່າວ. ນອກ​ນັ້ນ​ຢູ່​ຫຼາຍແຂວງ​, ນ້ຳ​ໃນແມ່​ນ້ຳ​ຕ່າງໆ​ກໍ່​ເລີ່ມ​ມີ​ການ​ຍຶ່ງ​ຂຶ້ນເຊັ່ນ​ກັນ​ໂດຍ​ສະ​ເພາະ​ຢູ່​​ເມືອງ​ຕ່າງໆ​ຂອງ​ແຂວງ​ສະ​ຫວັນ​ນະ​ເຂດ, ບໍ​ລິ​ຄຳ​ໄຊ, ຄຳ​ມ່ວນ ແລະ ແຂວງ​ອື່ນໆ ແຕ່​ຍັງ​ຂຶ້ນ​ບໍ່​ເຖິງ​ເຂດ​ອັນ​ຕະ​ລາຍ ເທື່ອ ແຕ່​ຖ້າ​ຝົນ​ຍັງ​ສືບ​ຕໍ່​ຕົກ​ກໍ່​ອາດ​ຈະ​ເກີດ​ນ້ຳ​ຖ້ວມ​ເຊັ່ນ​ກັນ.

ສ່ວນ​ຜົນ​ເສຍ​ຫາຍ​ຂອງການ​ເກີດ​ນ້ຳ​ຖ້ວມ​ດັ່ງ​ກ່າວ​ຈະ​ລາຍ​ງານ​ຕາມ​ພາຍ​ຫຼັງ.

ອີງ​ຕາມ​ແຈ້ງ​ການ​ຂອງ​ກົມ​ອຸ​ຕຸ​ນິ​ຍົມ ແລະ ອຸ​ທົກ​ກະ​ສາດ​ໃຫ້​ຮູ້​ວ່າ: ຝົນ​ຍັງ​ຈະ​ສືບ​ຕໍ່​ຕົກ​ຢູ່​ຫຼາຍ​ແຂວງ ຈົນ​ຮອດ​ວັນ​ທີ 14 ມິ​ຖຸ​ນາ​ນີ້.

Related Articles

Leave a Reply