ຫຼາຍແຂວງທົ່ວປະເທດລາວ, ໂດຍສະເພາະພາກເໜືອ ແລະ ພາກກາງ, ກໍາລັງປະເຊີນກັບໄພພິບັດນໍ້າຖ້ວມ ຈາກ ຝົນທີ່ຕົກລົງມາຢ່າງໜັກຕິດຕໍ່ກັນຫຼາຍຊົ່ວໂມງ ຍ້ອນອິດທິພົນຂອງພາຍຸໝູນເຂດຮ້ອນວິພາ ໄດ້ເຮັດໃຫ້ນໍ້າລົ້ນຝັ່ງ, ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຕໍ່ເຮືອນຊານ, ພື້ນທີ່ກະສິກຳ ແລະ ລະບົບຄົມມະນາຄົມ, ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນນັບພັນຄົນ.
ໃນວັນທີ 23 ກໍລະກົດ 2025, ທ່ານ ບຸນຈັນ ສີວົງພັນ, ເຈົ້າແຂວງຊຽງຂວາງ, ໄດ້ນໍາພາຄະນະພະແນກການທີ່ກ່ຽວຂ້ອງ, ກອງບັນຊາການ ປກສ ເມືອງແປກ ແລະ ອຳນາດການປົກຄອງເມືອງແປກ ລົງກວດກາສະພາບຄວາມເສຍຫາຍຈາກໄພນໍ້າຖ້ວມຢ່າງໃກ້ຊິດ. ສະພາບຝົນທີ່ຕົກໜັກບໍ່ຢຸດຢັ້ງໄດ້ເຮັດໃຫ້ນໍ້າຖ້ວມຂັງຕາມເສັ້ນທາງເລກ 7 ແລະ ເຂດເທດສະບານໂພນສະຫວັນ. ຫຼາຍຈຸດທີ່ໄດ້ຮັບຜົນກະທົບຢ່າງຮຸນແຮງລວມມີ: ບໍລິເວນຕໍ່ໜ້າຄ້າຍຄຸມຂັງດັດສ້າງ (ກອງ 9), ຂົວບ້ານດ່ອງ, ບ້ານນາຫອຍ ແລະ ບ້ານລາດງ່ອນ. ນໍ້າໄດ້ໄຫຼບ່າເຂົ້າຖ້ວມເຮືອນປະຊາຊົນ, ທົ່ງນາ, ໜອງປາ ແລະ ຕັດຂາດເສັ້ນທາງຄົມມະນາຄົມ, ສ້າງຄວາມເສຍຫາຍທີ່ບໍ່ສາມາດປະເມີນຄ່າໄດ້ໃນເບື້ອງຕົ້ນ.
ແຂວງໄຊຍະບູລີ, ໄຊສົມບູນ, ຄຳມ່ວນ, ວຽງຈັນ ແລະ ຫຼວງພະບາງ ກໍປະເຊີນຄວາມຫຍຸ້ງຍາກ
ຈາກພາຍຸວິພາ. ໂດຍລະຫວ່າງວັນທີ 22-23 ກໍລະກົດ 2025, ເມືອງເງິນ ແຂວງໄຊຍະບູລີ ໄດ້ຮັບຜົນກະທົບຢ່າງຮຸນແຮງ. ຝົນທີ່ຕົກໜັກບໍ່ຂາດສາຍໄດ້ເຮັດໃຫ້ນໍ້າຍາງ ແລະ ນໍ້າເງິນ ບວກກັບນໍ້າປ່າໄຫຼຊຸຖ້ວມເນື້ອທີ່ນາ, ຮົ້ວ-ສວນ ແລະ ບ້ານເຮືອນຂອງປະຊາຊົນໃນຫຼາຍບ້ານ. ຄະນະກໍາມະການຕ້ານ ແລະ ສະກັດກັ້ນໄພພິບັດຂັ້ນເມືອງ ໄດ້ລະດົມກຳລັງຢ່າງເຕັມທີ່ ເພື່ອຊ່ວຍຍ້າຍເຄື່ອງຂອງ, ສັດລ້ຽງ, ລວມທັງການເຄື່ອນຍ້າຍເດັກນ້ອຍ ແລະ ຜູ້ສູງອາຍຸ ຂຶ້ນສູ່ເຂດປອດໄພ.
ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານວ່າ: ໃນວັນທີ 21-24 ກໍລະກົດ 2025 ພາຍຸເຂດຮ້ອນວິພາ (Wipha) ໄດ້ເຄື່ອນທີ່ຢູ່ເຂດທະເລຈີນເໜືອ ເຊິ່ງມີຈຸດສູນກາງໃນເສັ້ນຂະໜານທີ 20.3 ອົງສາເໜືອ ແລະ ເສັ້ນແວງທີ່ 119.2 ອົງສາຕາເວັນອອກ ໂດຍພາຍຸຫົວນີ້ຈະເຄື່ອນຜ່ານເກາະໄຮໜານ ປະເທດຈີນ ຈາກນັ້ນຈະອ່ອນກຳລັງລົງກາຍເປັນ ພາຍຸ ດີເປຣສຊັນ ຈະເຄື່ອນຜ່ານເຂົ້າພາກເໜືອຂອງ ສສ ຫວຽດນາມ ແລະ ພາກເໜືອຂອງລາວເຮົາ.
ແຂວງໄຊສົມບູນ: ເມືອງທ່າໂທມ ກໍບໍ່ສາມາດຫຼີກລ່ຽງຜົນກະທົບຈາກພາຍຸວິພາໄດ້. ໂດຍບ້ານຊຽງຄົງ, ບ້ານວັງໄຮ ແລະ ບ້ານທ່າວຽງໄຊ ໄດ້ປະສົບກັບນໍ້າຖ້ວມເຮືອນປະຊາຊົນຫຼາຍຫຼັງ. ຕາມການລາຍງານຂອງອໍານາດການປົກຄອງທ້ອງຖິ່ນ, ຂົວອູ່ຂ້າມເຂດທໍາການຜະລິດລະຫວ່າງບ້ານນາຊົງ ກັບ ບ້ານທ່າວຽງໄຊ ໄດ້ຂາດແລ້ວ 2 ແຫ່ງ. ນອກຈາກນີ້, ນໍ້າຍັງໄດ້ໄຫຼຖ້ວມເສັ້ນທາງເລກ 1D ແລະ ທົ່ງໄຮ່ທົ່ງນາຂອງປະຊາຊົນອີກຈໍານວນໜຶ່ງ. ທາງການຈຶ່ງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນເພີ່ມທະວີການເຝົ້າລະວັງ.
ແຂວງວຽງຈັນ: ເມືອງວັງວຽງ ເມືອງທ່ອງທ່ຽວຊື່ດັງ ກໍໄດ້ຮັບຜົນກະທົບຈາກຝົນຕົກໜັກ. ລະດັບນໍ້າຊອງໄດ້ໄຫຼລົ້ນເຂົ້າສູ່ທີ່ພັກຂອງປະຊາຊົນ ແລະ ບັນດາແຫຼ່ງທ່ອງທ່ຽວຕ່າງໆ, ສ້າງຄວາມເດືອດຮ້ອນໃຫ້ແກ່ທັງປະຊາຊົນ ແລະ ຜູ້ປະກອບການ.
ເມືອງນານ ແຂວງຫຼວງພະບາງ ໄດ້ປະເຊີນກັບຝົນທີ່ຕົກໜັກຕິດຕໍ່ກັນຕັ້ງແຕ່ເວລາ 4:00 ໂມງຂອງວັນທີ 22 ກໍລະກົດ 2025 ແລະ ເລີ່ມຕົກໜັກຂຶ້ນໃນຕອນເຊົ້າຂອງວັນທີ 23 ຈົນເຖິງເວລາ 3:00 ໂມງ. ສະພາບການນີ້ເຮັດໃຫ້ນໍ້ານານ ແລະ ນໍ້າຫ້ວຍຕ່າງໆລົ້ນຝັ່ງຖ້ວມບ້ານເຮືອນຂອງປະຊາຊົນພາຍໃນເທດສະບານເມືອງ. ມີບ້ານທີ່ໄດ້ຮັບຜົນກະທົບເບື້ອງຕົ້ນ 7 ບ້ານທີ່ຕັ້ງຢູ່ລຽບແຄມນໍ້ານານ ຄື: ບ້ານນາຝາຍ, ບ້ານນາເລົາ, ບ້ານປ່າໄຜ່, ບ້ານສີບຸນເຮືອງ, ບ້ານສີມຸງຄຸນ, ບ້ານທາດ ແລະ ບ້ານນາເຄີນ. ນໍ້າທີ່ໄຫຼແຮງໄດ້ຖ້ວມເຮືອນຊານ, ໄຮ່, ນາ, ຮົ້ວສວນ, ສົ່ງຜົນໃຫ້ຫຼາຍຄອບຄົວຕ້ອງຂົນເຄື່ອງຂອງຂຶ້ນບ່ອນສູງເພື່ອຄວາມປອດໄພ. ປັດຈຸບັນ, ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງກໍາລັງລົງເກັບກໍາຂໍ້ມູນຄວາມເສຍຫາຍເບື້ອງຕົ້ນຢ່າງຮີບດ່ວນ.
ແຂວງຄຳມ່ວນ: ໃນລະຫວ່າງວັນທີ 21-22 ກໍລະກົດ 2025, ແຂວງຄໍາມ່ວນ ກໍໄດ້ຮັບອິດທິພົນຈາກພາຍຸວິພາ ເຮັດໃຫ້ຝົນຕົກໜັກ, ສົ່ງຜົນໃຫ້ປະລິມານນໍ້າໃນສາຍນໍ້າຕ່າງໆເພີ່ມສູງຂຶ້ນ ແລະ ໄຫຼເຂົ້າຖ້ວມເນື້ອທີ່ທໍາການຜະລິດ ແລະ ເຮືອນຊານຂອງປະຊາຊົນຕາມແຄມນໍ້າ ແລະ ເຂດພື້ນທີ່ຕໍ່າ. ໂດຍສະເພາະ, ເມືອງຄູນຄໍາ ໄດ້ຮັບຜົນກະທົບຢ່າງໜັກຈາກນໍ້ານອນ ແລະ ນໍ້າສາງ ເຊິ່ງເປັນສາຂາຂອງນໍ້າຫີນບູນຕອນເທິງ ທີ່ມີລະດັບນໍ້າເພີ່ມຂຶ້ນສູງ ບວກກັບນໍ້າຝົນທີ່ໄຫຼລົງມາຈາກພູໄຮ ແລະ ພູມອນ. ປັດຈຸບັນ, ນໍ້າໄດ້ຖ້ວມເສັ້ນທາງໄປຖໍ້າກອງລໍ ແຕ່ບ້ານນາຄໍາ ຫາ ບ້ານນາກາງ ເປັນໄລຍະທາງ 1 ກິໂລແມັດ, ເຮັດໃຫ້ການສັນຈອນຂອງລົດຈັກ ແລະ ລົດໃຫຍ່ຖືກຕັດຂາດ.
ໃນຂະນະທີ່ຫຼາຍແຂວງກໍາລັງປະເຊີນກັບໄພພິບັດ, ເຈົ້າໜ້າທີ່ກ່ຽວຂ້ອງທົ່ວປະເທດກໍກໍາລັງປະສານງານ ກັນຢ່າງໃກ້ຊິດ ເພື່ອໃຫ້ການຊ່ວຍເຫຼືອຜູ້ປະສົບໄພ ແລະ ປະເມີນຄວາມເສຍຫາຍ. ຂໍໃຫ້ປະຊາຊົນທຸກຄົນຈົ່ງມີສະຕິລະວັງຕົວ ແລະ ປະຕິບັດຕາມຄຳແນະນຳຂອງເຈົ້າໜ້າທີ່ຢ່າງເຂັ້ມງວດ ເພື່ອຄວາມປອດໄພຂອງຕົນເອງ ແລະ ຄອບຄົວ.