Vientiane Times Lao
ຫ້ອງການສຶກສາ ແລະ ກິລາ ເມືອງຕົ້ນເຜິ້ງເປີດການຮຽນ-ການສອນຢູ່ເຂດທີ່ບໍ່ມີການລະບາດ ຂອງພະຍາດ ໂຄວິດ-19

ຫ້ອງການສຶກສາ ແລະ ກິລາ ເມືອງຕົ້ນເຜິ້ງເປີດການຮຽນ-ການສອນຢູ່ເຂດທີ່ບໍ່ມີການລະບາດ ຂອງພະຍາດ ໂຄວິດ-19

ບັນດາໂຮງຮຽນປະຖົມ ແລະ ມັດທະຍົມ ພາຍໃນເມືຶອງ ຕົ້ນເຜິ້ງ ຢູ່ເຂດທີ່ບໍ່ມີການລະບາດ ຂອງພະຍາດ ໂຄວິດ-19 ໃນຊຸມຊົນໄດ້ເປີດການຮຽນ – ການສອນຄືນໃໝ່ເມື່ອວັນທີ 24 ພຶດສະພາ 2021 ທີ່ຜ່ານມານີ້ ຊຶ່ງປະກອບມີຊັ້ນປະຖົມ ປ 5, ມ 4 ແລະ ມ 7 ຕາມແຈ້ງການ ເລກທີ 528 ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ກໍ່ຄືແຈ້ງການ ຂອງກະຊວງ ແລະ ພະແນກສຶກສາທິການ – ກິລາ ກ່ຽວກັບການສືບຕໍ່ປະຕິບັດມາດຕະການຕ່າງໆ ໃນຄໍາສັ່ງສະບັບ ເລກທີ 15 ຂອງນາຍົກລັດຖະມົນຕີ ເຊິ່ງໄດ້ມີການຜ່ອນຜັນໃຫ້ເປີດການຮຽນ – ການສອນ ຢູ່ສະຖານການສຶກສາຢູ່ໃນເຂດທີ່ບໍ່ມີການລະບາດ ຂອງພະຍາດ ໂຄວິດ – 19 ໃນຊຸມຊົນ ເພື່ອໃຫ້ນັກຮຽນໃນບັນດາຫ້ອງທີ່ຈົບຊັ້ນໄດ້ມີໂອກາດຄົ້ນຄວ້າບົດຮຽນກ່ອນການສອບເສັງ ແລະ ສາມາດສອບເສັງຈົບຕາມຫຼັກສູດຂອງກະຊວງສຶກສາກຳນົດໄວ້, ສ່ວນບັນດາຫ້ອງທີ່ເລື່ອນຂັ້ນແມ່ນຈະໄດ້ຈັດຕັ້ງບໍາລຸງ ແລະ ສອບເສັງຄືນສໍາລັບນັກຮຽນທີ່ຄະແນນປະຈໍາປີໃນວິຊາໃດໜຶ່ງຫຼຸດຄາດໝາຍ.
ໃນການເປີດຄຶນການຮຽນ – ການສອນຄັ້ງນີ້ ໂຮງຮຽນແຕ່ລະແຫ່ງພາຍໃນເມືອງ ໄດ້ຈັດຕັ້ງການຮຽນ – ການສອນ ໂດຍປະຕິບັດມາດຕະການປ້ອງກັນການແຜ່ລະບາດ ຂອງພະຍາດໂຄວິດ – 19 ຢ່າງເຂັ້ມງວດ ເຊັ່ນ: ການເພີ່ມຫ້ອງຮຽນໃນແຕ່ລະຊັ້ນຮຽນ, ການຈັດໄລຍະຫ່າງໂຕະ, ການກວດວັດແທອຸນຫະພູມຮ່າງກາຍກ່ອນເຂົ້າຫ້ອງຮຽນ, ໃສ່ຜ້າອັດປາກ – ດັງ, ຮັກສາໄລຍະຫ່າງ, ລ້າງມືໃສ່ສະບູ່ ຫຼື ເຈວລ້າງມື ຕາມແຈ້ງການຂອງຂັ້ນເທິງວາງອອກ ສ່ວນການສອບເສັງຈົບຊັ້ນແມ່ນຈະບໍ່ໄດ້ມີການເລື່ອນ.

ພາບ – ຂ່າວ: ອຸໄທ ພູມມາ.

Related Articles

Leave a Reply