ເພື່ອປະຕິບັດ ຕາມແຜນການດໍາເນີນງານ ຂອງລົດເມດ່ວນ BRT ໃຫ້ສາມາດຈັດຕັ້ງ ປະຕິບັດໄດ້ ົໄປຕາມແຜນການທີ່ກຳນົດ, ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ນະຄອນຫຼວງວຽງຈັນ ຈະຫ້າມຈອດລົດແຄມທາງ ແລະ ບໍລິການຝາກລົດ ຕາມສາຍທາງ ຂອງໂຄງການ ລົດເມດ່ວນ BRT.
ການຫ້າມຈອດລົດຕາມແຄມທາງດັ່ງກ່າວຈະເລີ່ມຈາກ ຖະໜົນໜອງບອນແຕ່ ສະຖານທູດຝຣັ່ງ ສີ່ແຍກໄຟແດງໂຮງໝໍມະໂຫສົດ ຫາ ສາມແຍກໜ້າກະຊວງອຸດສາຫະກຳ ແລະ ການຄ້າ, ເຂດບໍລິເວນຮົ້ວຫ້ອງວ່າການປົກຄອງ ນະຄອນຫຼວງວຽງຈັນ, ເປັນຕົ້ນ ຈຸດຝາກລົດຢູ່ເຂດຕະຫຼາດຂົວດິນ, ບ້ານໜອງຈັນ (ດ້ານໜ້າຂອງ ກະຊວງປ້ອງກັນຄວາມສະຫງົບ) ທັງສອງຟາກທາງແມ່ນຫ້າມຈອດລົດ (ບໍ່ໃຫ້ມີການບໍລິການຝາກລົດ).
ສໍາລັບຜູ້ມີຈຸດປະສົງຈະຈອດລົດ ຢູ່ເຂດຕະຫຼາດຂົວດິນ ຖະໜົນໜອງບອນ ທັງສອງຟາກທາງ ແມ່ນໃຫ້ ໄປນໍາໃຊ້ຈຸດບໍລິການຝາກລົດດ້ານໃນຕະຫຼາດຂົວດິນ, ຈຸດບໍລິການຝາກລົດ ຂອງຕະຫຼາດເຊົ້າ ແລະ ຈຸດອື່ນໆ ທີ່ໃກ້ຄຽງໃຫ້ບໍລິການຮັບຝາກລົດ, ພາຍຫຼັງຈັດຕັ້ງປະຕິບັດສຳເລັດໃນຈຸດນີ້, ຈະໄດ້ສືບຕໍ່ລົງ ບັນດາຈຸດ ຕ່າງໆ ໃຫ້ສໍາເລັດຕາມແຈ້ງການ ຫ້າມຈອດລົດຕາມແຄມທາງ ຂອງ ຍທຂ ນະຄອນຫຼວງວຽງຈັນ ໄດ້ແຈ້ງໄປແລ້ວນັ້ນ.
ລາຍລະອຽດຕ່າງໆລະບຸໄວ້ຕາມແຈ້ງການ.