Vientiane Times Lao
ຫ້າມຈອດລົດ ສອງຟາກທາງ ເພື່ອສະດວກໃນການສ້າງລະບົບລົດເມດ່ວນ

ຫ້າມຈອດລົດ ສອງຟາກທາງ ເພື່ອສະດວກໃນການສ້າງລະບົບລົດເມດ່ວນ

ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ອອກແຈ້ງການໃນວັນທີ 24 ກໍລະກົດ 2025 ມາຍັງນັກຂັບຂີ່ ແລະ ຜູ້ນໍາໃຊ້ລົດ ນໍາໃຊ້ຖະໜົນ ພາຍໃນ ແລະ ຕ່າງປະເທດ ວ່າ:

ຫ້າມຈອດຍານພາຫະນະຢູ່ຕາມແຄມທາງ (ສອງຟາກທາງ), ເສັ້ນທາງເສດຖາທິຣາດ ເລີ່ມແຕ່ ສີ່ແຍກໜ້າວັດອິນແປງ ຫາ ສາມແຍກໄຟແດງສໍານັກງານປະທານປະເທດ ແລະ ເສັ້ນທາງໜອງບອນ ເລີ່ມແຕ່ ສະຖານທູດຝຣັ່ງ (ໂຮງໝໍມະໂຫສົດ), ຕະຫຼາດເຊົ້າ, ວັດທາດຝຸ່ນ ແລະ ປະຕູໄຊ.

ເລີ່ມນັບແຕ່ວັນທີ 24 ກໍລະກົດ 2025 ຫາ ວັນທີ 30 ສິງຫາ 2025 ຕາມໂມງເວລາ: ຕອນເຊົ້າແຕ່ 08:00 ຫາ 12:00 ໂມງ, ຕອນບ່າຍແຕ່ 13:00-15:00 ໂມງ ເປັນຕົ້ນໄປ, ເນື່ອງຈາກ ປະຈຸບັນ ໂຄງການໄດ້ສຸ່ມໃສ່ການກໍ່ສ້າງພື້ນຖານໂຄງລາງ ສໍາລັບລະບົບລົດເມດ່ວນ (BRT) ໃຫ້ສໍາເລັດຕາມແຜນການ ແລະ ຕ້ອງຫຼີກລ້ຽງອຸປະສັກ, ອຸບັດເຫດ (ການຈອດລົດຊະຊາຍຂອງບັນດາທ່ານ).

Related Articles

Leave a Reply