Vientiane Times Lao
ຫ້າມພາຫະນະທີ່ບໍ່ເສຍຄ່າທຳນຽມທາງອອກນອກປະເທດ

ຫ້າມພາຫະນະທີ່ບໍ່ເສຍຄ່າທຳນຽມທາງອອກນອກປະເທດ

ກະຊວງການເງິນ ໄດ້ອອກແຈ້ງການໃນວັນທີ 18 ກຸມພາ 2020 ວ່າ: ພາຫະນະທີ່ຂຶ້ນທະບຽນ ຢູ່ ສປປ ລາວ ທີ່ຈະເດີນທາງອອກໄປຕ່າງປະເທດ ຕ້ອງປະກອບເອກະສານໃຫ້ຄົບຖ້ວນ ແລະ ຖືກຕ້ອງຕາມລະບຽບການ ເຊັ່ນ: ທະບຽນລົດ, ໃບຢັ້ງຢືນກວດກາເຕັກນິກ, ປື້ມອະນຸຍາດຂົນສົ່ງລະຫວ່າງປະເທດ ຫຼື ໃບອະນຸຍາດນຳອອກ-ນຳເຂົ້າພາຫະນະຊົ່ວຄາວ, ສັນຍາປະກັນໄພພາຫະນະ ແລະ ເອກະສານອື່ນໆຕາມກົດໝາຍປະເທດສົ່ງອອກ ແລະ ປະເທດນຳເຂົ້າ ກຳນົດໄວ້ ແລະ ມີອາຍຸການນຳໃຊ້ຕາມກົດໝາຍ.

ພ້ອມນັ້ນ ຈະຕ້ອງມີໃບເສຍຄ່າທຳນຽມທາງປະຈຳປີ ໃຫ້ຄົບຖ້ວນ ຕາມລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 001/ປປທ, ລົງວັນທີ 20 ກັນຍາ 2017 ວ່າດ້ວຍຄ່າທຳນຽມທາງ ຖ້າບໍ່ດັ່ງນັ້ນ ຈະບໍ່ໄດ້ຮັບອະນຸຍາດໃຫ້ນຳເອົາພາຫະນະດັ່ງກ່າວເດີນທາງອອກໄປຕ່າງປະເທດ.

ຂ່າວ: ວຽງຈັນທາຍ

ພາບ: ປ໋ອງ 

Related Articles

Leave a Reply