Vientiane Times Lao
ຫ້າມ! ຈອດລົດຢູ່ສອງຝາກທາງຖະໜົນໄກສອນ ພົມວິຫານ

ຫ້າມ! ຈອດລົດຢູ່ສອງຝາກທາງຖະໜົນໄກສອນ ພົມວິຫານ

ພະແນກໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການເມື່ອມໍ່ໆມານີ້ເຖິງຜູ້ໃຊ້ລົດໃຊ້ຖະໜົນ ຫ້າມຈອດລົດ ຢູ່ຕາມສອງຝາກທາງຂອງຖະໜົນໄກສອນ ພົມວິຫານ ເລີ່ມແຕ່ ສວນປະຕູໄຊ ຫາ ມະຫາວິທະຍາໄລ ແຫ່ງຊາດ (ດົງໂດກ) ເລີ່ມວັນທີ 14 ກໍລະກົດ-24 ສິງຫາ 2025 (42 ວັນ) ເນື່ອງຈາກວ່າ ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນະຄອນຫຼວງວຽງຈັນ ພວມສຸມໃສ່ການກໍ່ສ້າງໂຄງລ່າງສໍາລັບລະບົບລົດເມດ່ວນ (BRT) ຢູ່ຫຼາຍເຂດໃນຕົວເມືອງ ໂດຍສະເພາະ ແມ່ນຕາມຖະໜົນ ໄກສອນ ພົມວິຫານ ທີ່ມີຍານພາຫະນະ ຈອດຢູ່ແຄມທາງ ພາເຮັດໃຫ້ການຈະລາຈອນມີຄວາມແອອັດ ແລະ ເປັນອຸປະສັກຕໍ່ ການກໍ່ສ້າງ ທັງມີຄວາມສ່ຽງຈະພາໃຫ້ເກີດມີອຸບປະຕິເຫດ.

ໄລຍະເວລາຫ້າມຈອດລະບຸໄວ້ດັ່ງລຸ່ມນີ້:

ຕອນເຊົ້າ ເວລາ 08:30 ຫາ 12:00 ໂມງ; ຕອນບ່າຍ ເວລາ 13:30 ຫາ 16:00 ໂມງ ແລະ ຕອນແລງ ເວລາ 18:30 ຫາ 22:00 ໂມງ.

ພາບ: Teng

 

 

Related Articles

Leave a Reply