Vientiane Times Lao
ອະນຸສອນສະຖານ ແລະ ຫໍມູນເຊື້ອທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນເປີດນຳໃຊ້

ອະນຸສອນສະຖານ ແລະ ຫໍມູນເຊື້ອທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນເປີດນຳໃຊ້

ອະນຸສອນສະຖານ ແລະ ຫໍມູນເຊື້ອ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ  ຢູ່ສວນມິດຕະພາບຫົວພັນ-ແທັງຮວາ ເມືອງຊຳເໜືອ ແຂວງຫົວພັນ ໄດ້ເປີດນໍາໃຊ້ຢ່າງເປັນທາງການແລ້ວເມື່ອມໍ່ໆມານີ້ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ທ່ານ ພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ລາຍງານກ່ຽວກັບອະນຸສອນສະຖານ ແລະ ຫໍມູນເຊື້ອດັ່ງກ່າວ ວ່າ: ໂຄງການກໍ່ສ້າງອະນຸສອນສະຖານຮູບປັ້ນ ແລະ ຫໍມູນເຊື້ອ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ແມ່ນໂຄງການໜຶ່ງທີ່ມີຄວາມໝາຍສໍາຄັນ ທາງດ້ານປະຫວັດສາດ ແລະ ຍຸກສະໄໝ, ຕັ້ງຢູ່ເທສະບານ ແຂວງຫົວພັນ ເຂດທີ່ໝັ້ນຂອງການປະຕິວັດລາວ, ດິນແດນວິລະຊົນ ທີ່ປະຊາຊົນມີມູນເຊື້ອ ຕໍ່ສູ້ພິລະອາດຫານ, ດຸໝັ່ນ ແລະ ສາມັກຄີ. ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ແມ່ນໜຶ່ງໃນນັກຮົບປະຕິວັດ ຮຸ່ນທໍາອິດ ໃນຂະບວນການຕໍ່ສູ້ປົດປ່ອຍຊາດ, ເປັນຜູ້ຮ່ວມກໍ່ຕັ້ງກອງໂຄສະນາປະກອບອາວຸດ ຮ່ວມກັບປະທານ ໄກສອນ ພົມວິຫານ ປະກາດສ້າງຕັ້ງກອງລາດຊະວົງ ຊຶ່ງແມ່ນກອງທັບປະຊາຊົນລາວ ໃນປັດຈຸບັນ. ນັບແຕ່ມື້ທໍາອິດ ທີ່ເຂົ້າຮ່ວມການປະຕິວັດ ເພິ່ນໄດ້ຮັບຫຼາຍໜ້າທີ່, ຫຼາຍຕໍາແໜ່ງ ແຕ່ຕໍ່າຫາສູງ, ຈາກນັກຮົບໂຄສະນາໃນກຳລັງປະກອບອາວຸດ ຈົນກ້າວຂຶ້ນເປັນນາຍທະຫານຊັ້ນພົນເອກ, ຈາກຫົວໜ້າກອງລາດຊະວົງ ກ້າວຂຶ້ນເປັນຫົວໜ້າເສນາທິການສູງສຸດຂອງກອງທັບ, ເປັນຜູ້ວາງແຜນສູ້ຮົບ ແລະ ບັນຊາສູ້ຮົບ ຫຼາຍບັ້ນຮົບ, ບັ້ນຕີທີ່ສໍາຄັນ ແລະ ເດັ່ນກວ່າໝູ່ແມ່ນ ບັ້ນຮົບປົດປ່ອຍຊໍາເໜືອ, ປົດປ່ອຍຊຽງຂວາງ, ປົດປ່ອຍຫຼວງນໍ້າທາ, ປົດປ່ອຍຫ້ວຍຊາຍ, ການວາງສາມບາດຄ້ອນຍຸດທະສາດ ແລະ ບັ້ນຮົບອື່ນໆ ນໍາໄປເຖິງການປົດປ່ອຍທົ່ວປະເທດ, ສາມາດສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975. ຈາກຄວາມໝາຍສໍາຄັນ, ມູນເຊື້ອວິລະກໍາ, ຄຸນງາມຄວາມດີ ແລະ ຜົນງານການປະຕິວັດອັນໃຫຍ່ຫຼວງ ທີ່ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ໄດ້ສ້າງໄວ້ໃຫ້ແກ່ປະເທດຊາດ ແລະ ຜືນແຜ່ນດິນແມ່. ດັ່ງນັ້ນ, ພັກ-ລັດຖະບານ ກໍຄື ກະຊວງປ້ອງກັນປະເທດ, ອົງການປົກຄອງແຂວງຫົວພັນ ພ້ອມດ້ວຍຄອບຄົວແກ້ວບຸນພັນ ຈຶ່ງໄດ້ສ້າງຮູບປັ້ນ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ມາສະຖິດໄວ້ໃນອະນຸສອນສະຖານ ແລະ ຫໍມູນເຊື້ອ ທີ່ເມືອງຊໍາເໜືອ ແຂວງຫົວພັນ ແຫ່ງນີ້.

ໃນພິທີ, ທ່ານ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍບັນດາທ່ານການນຳຂັ້ນສູງ, ອະດີດການນຳຂັ້ນສູງ ແລະ ການນຳແຂວງຫົວພັນ ທີ່ເຂົ້າຮ່ວມ ກໍໄດ້ໃຫ້ກຽດຮ່ວມດຳເນີນການຕັດແຖບຜ້າ ເພື່ອເປີດນຳໃຊ້ ແລະ ລັ່ນຄ້ອງ ເພື່ອເປັນສິລິມົງຄຸນ ໃຫ້ແກ່ໂຄງການດັ່ງກ່າວ.

ທີ່ມາຂ່າວ-ພາບ: ກົມປະຊາສຳພັນ ຫສນຍ

Related Articles

Leave a Reply