ປະຊາຊົນ ທີ່ອາໄສຢູ່ເຂດບ້ານນ້ຳພາວ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ພົບເຫັນລະເບີດທີ່ບໍ່ທັນແຕກຂະໜາດໃຫຍ່ ໃນຂະນະທີ່ກຳລັງດຳເນີນການຂຸດດິນເພື່ອປຸກສ້າງເຮືອນ ຊຶ່ງຈຸດທີ່ພົບເຫັນແມ່ນຫ່າງຈາກເຮືອນຂອງປະຊາຊົນພຽງເເຕ່ 5 ແມັດ, ໃນວັນທີ 16 ກໍລະກົດ 2025 ຜ່ານມານີ້.
ໃນວັນທີ 23 ກໍລະກົດ 2025 ທາງທີມງານຂອງ ກອງກວດກູ້ລະເບີດເພື່ອມະນຸດສະທຳຂອງກອງທັບປະຊາຊົນລາວ-ກອງ 58 ໄດ້ລົງພື້ນທີ່ກວດສອບ ແລະ ຢືນຢັນວ່າລູກລະເບີດດັ່ງກ່າວ ແມ່ນໂບມໃຫຍ່ ລຸ້ນ GP M 44/M 56, ຟິວຫົວ 123 ເປັນຟິວເຄມີ (ລຸ້ນເກົ່າ), ມີນ້ຳໜັກປະມານ 1,000 ປອນ (ຫຼື ຫຼາຍກວ່າ 453 ກິໂລກຣາມ) ທີ່ສາມາດເກີດລະເບີດທີ່ຮ້າຍແຮງ ຕໍ່ຊັບສິນຂອງປະຊາຊົນ ໃນລັດສະໝີວົງກວ້າງເຖິງ 1,500 ແມັດ.
ປະຈຸບັນ, ທາງເຈົ້າໜ້າທີ່ສຳຫຼວດກວດກູ້ລະເບີດ, ກອງກວດກູ້ລະເບີດເພື່ອມະນຸດສະທຳຂອງກອງທັບປະຊາຊົນລາວ – ກອງ 58 ໄດ້ປະສານສົມທົບຢ່າງໃກ້ຊິດກັບ ອໍານາດການປົກຄອງທ້ອງຖິ່ນ ໄດ້ຕອບສະໜອງ ແລະ ລົງພື້ນທີ່ຢ່າງທັນການເພື່ອກວດສອບ ແລະ ປະເມີນຈຸດທີ່ພົບເຫັນລະເບີດ ເພື່ອວາງແຜນກະກຽມການກວດກູ້ລະເບີດ ໃຫ້ໄດ້ຢ່າງປອດໄພ, ຫຼຸດຜ່ອນຄວາມສ່ຽງ ແລະ ຜົນເສຍຫາຍຕໍ່ກັບປະຊາຊົນໃນເຂດຊຸມຊົນ.
ການພົບເຫັນລະເບີດໂບມໃຫຍ່ດັ່ງກ່າວນີ້ ເປັນການຢໍ້າເຕືອນເຖິງອັນຕະລາຍ ແລະ ຄວາມສ່ຽງທີ່ປະຊາຊົນລາວໃນ ຫຼາຍຂົງເຂດ ທົ່ວປະເທດກໍາລັງປະເຊີນໜ້າຢູ່ຕະຫຼອດເວລາ, ໂດຍສະເພາະປະຊາຊົນທີ່ອາໄສຢູ່ໃນເຂດພື້ນທີ່ ທີ່ມີລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ເປັນເຄື່ອງເຕືອນໃຈເຖິງຜົນກະທົບຂອງສົງຄາມ ແລະ ສິ່ງເສດເຫຼືອທີ່ຕົກຄ້າງ ທີ່ຍັງເປັນໄພຂົ່ມຂູ່ ແລະ ເປັນສິ່ງກີດຂວາງການພັດທະນາ ແລະ ການດໍາລົງຊິວິດຂອງປະຊາຊົນ.