ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປລາວ ຮ່ວມກັບບັນດາຜູ້ນຳຂອງປະເທດອາຊຽນ ໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນການລົງນາມບົດບັນທຶກຄວາມເຂົ້້າໃຈ ລະຫວ່າງ ເລຂາທິການໃຫຍ່ອາຊຽນ ແລະ ປະທານສະຫະພັນບານເຕະໂລກ (FIFA) ເພື່ອສົ່ງເສີມການຮ່ວມມື ແລະ ພັດທະນາຂົງເຂດບານເຕະອາຊຽນກະກຽມໃຫ້ແກ່ການເປັນເຈົ້າພາບການແຂ່ງຂັນບານເຕະໂລກ ຫຼື ຟີຟ່າ ຢູ່ໃນຂົງບັນດາປະເທດອາຊຽນ ໃນປີ 2034.
ພາຍຫຼັງການລົງນາມດັ່ງກ່າວ ບັນດາການນຳປະເທດອາຊຽນໄດ້ຮ່ວມຖ່າຍພາບກັບເສື້ອກິລາບານເຕະທີ່ ທາງປະທານ ຟີຟາ ໄດ້ມອບໃຫ້ ໃນໄລຍະທີ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35 ພາຍໃຕ້ຄຳຂວັນ: “ຮ່ວມແຮງ ຮ່ວມໃຈ ກ້າວໄກ ຍືນຍົງ” ແລະ ກອງປະຊຸມສຸດຍອດກັບບັນດາຄູ່ເຈລະຈາອາຊຽນໃນລະຫວ່າງວັນທີ 2-4 ພະຈິກ 2019 ທີ່ ບາງກອກ ປະເທດໄທ.
ຂ່າວ: ວຽງຈັນທາຍ
ພາບ: ກົມການຂ່າວ