Vientiane Times Lao
ອາຊຽນ-ຈີນ ຮ່ວມກັນຕ້ານພະຍາດ ໂກວິດ 19

ອາຊຽນ-ຈີນ ຮ່ວມກັນຕ້ານພະຍາດ ໂກວິດ 19

ອາຊຽນ-ຈີນ ໄດ້ຕົກລົງຮ່ວມມືກັນສະກັດກັ້ນການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19).

ການຮ່ວມມືດັ່ງກ່າວແມ່ນໄດ້ຫາລືກັນຢູ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຈີນ ສະໄໝພິເສດ ກ່ຽວກັບບັນຫາການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19) ທີ່ ນະຄອນຫຼວງວຽງຈັນ ໃນຕອນເຊົ້າຂອງວັນທີ 20 ກຸມພາ ນີ້.

ໃນກອງປະຊຸມດັ່ງກ່າວຍັງໄດ້ຕົກລົງກັນໃນການແລກປ່ຽນຂໍ້ມູນຂ່າວສານ, ການຝຶກອົບຮົມວິຊາການແພດ, ການຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ທາງດ້ານອຸປະກອນການແພດ ເພື່ອນໍາໃຊ້ເຂົ້າໃນການປ້ອງກັນ COVID-19.

ໃນອະນາຄົດກໍ່ຈະສືບຕໍ່ຮ່ວມມືກັນສ້າງສະພາບແວດລ້ອມໃຫ້ປອດໄພ ແລະ ໜ້າຢູ່ ເພື່ອຫຼຸດຜ່ອນການລະບາດຂອງພະຍາດ ທີ່ອາດຈະເປັນຜົນກະທົບທາງດ້ານການພັດທະນາເສດຖະກິດ-ສັງຄົມ.  

ຂ່າວ: ວຽງຈັນທາຍ

ພາບ: ຄໍາພັນ

Related Articles

Leave a Reply