ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດວ່າ: ນັບແຕ່ມື້ນີ້ ຈົນຮອດ ວັນທີ 14 ມີນາ 2020 ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ແລະ ໝາກເຫັບຕົກ ໃນລະດັບຄ່ອຍ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ.
ໃນໄລຍະນີ້, ຄວາມກົດດັນສູງຂອງອາກາດເຢັນຈາກປະເທດຈີນ ຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່.
ດັ່ງນັ້ນ, ຈຶ່ງແຈ້ງເຕືອນໃຫ້ປະຊາຊົນ ຈົ່ງມີສະຕິຕໍ່ສະພາບຝົນຕົກ ລົມແຮງ ແລະ ໃຫ້ຫ່າງໄກຈາກຕົ້ນໄມ້ໃຫຍ່ ແລະ ສິ່ງປຸກສ້າງບໍ່ທັນສໍາເລັດ ພ້ອມໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.
ຂ່າວ: ວຽງຈັນທາຍ
ພາບ ປະກອບ