ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໄດ້ອອກແຈ້ງການເລກທີ 1524 ມື້ນີ້ (ວັນທີ 29 ຕຸລາ 2019) ເນື່ອງຈາກວ່າຄວາມກົດອາກາດສູງຈາກປະເທດຈີນໄດ້ເພີ່ມກຳລັງແຮງຂື້ນ ແຜ່ລົງມາປົກຄຸມທຸກພາກຂອງປະເທດລາວດ້ວຍກຳລັງແຮງປານກາງ, ສົມທົບກັບພາຍຸ ດີເປຣເຊີນທີ່ກໍ່ຕົວຢູ່ທະເລຈີນໃຕ້ ທີີ່ມີຈຸດໃຈກາງຢູ່ເສັ້ນຂະໜານທີ່ 11.7 ອົງສາເໜືອ ແລະ ເສັ້ນແວງທີ່ 115.4 ອົງສາຕາເວັນອອກ ພວມເຄື່ອນທີ່ໄປທາງ ສສ ຫວຽດນາມ ໃນຕອນກາງຄືນວັນທີ່ 29 ຕຸລາ 2019, ວົງລັດສະໝີຈະກວມເອົາບັນດາແຂວງພາກກາງ ແລະ ພາກໃຕ້ຂອງປະເທດລາວໃນໄລຍະວັນທີ່ 30-31 ຕຸລາ 2019 ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບປານກາງ ພ້ອມມີລົມ ພັດແຮງຢູ່ບາງທ້ອງຖິ່ນ ບັນດາແຂວງ: ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື.
ດັ່ງນັ້ນຈຶ່ງແຈ້ງເຖິງອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າທີ່ອາໃສຢູ່ບັນດາແຂວງດັ່ງກ່າວ ໃຫ້ມີສະຕິລະມັດລະວັງຕໍ່ສະພາບຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ແລະ ລົມພັດແຮງ ທີ່ອາດຈະເກີດຂື້ນ ຂໍໃຫ້ຕິດຕາມຂ່າວຈາກກົມອຸຕຸນິຍົມ ແລະ ອຸທົກກະສາດໃນໄລຍະ 1 ຫາ 2 ວັນຕໍ່ໜ້ານີ້.
ຂ່າວ: ພູນຊັບ
ແຟ້ມພາບ: ສຸກນີລັນດອນ