Vientiane Times Lao
ອົງການກອຍກາ ມອບເຄື່ອງຊ່ວຍເຫຼືອຕ້ານໂຄວິດ-19

ອົງການກອຍກາ ມອບເຄື່ອງຊ່ວຍເຫຼືອຕ້ານໂຄວິດ-19

ອົງການກອຍກາ ປະຈໍາລາວ (KOICA) ໄດ້ມອບເຄື່ອງຊ່ວຍເຫຼືອ ເພື່ອນໍາໃຊ້ເຂົ້າໃນວຽກງານຄວບຄຸມພະຍາດໂຄວິດ-19 ໃຫ້ສະຖາບັນພັດທະນາສີມືແຮງງານລາວ-ເກົາຫລີ ຢູ່ນະຄອນຫຼວງວຽງຈັນ.

ພິທີມອບເຄື່ອງຊ່ວຍເຫລືອດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້ນມື້ນີ້ ຢູ່ທີ່ສະຖາບັນພັດທະນາສີມືແຮງງານລາວ-ເກົາຫລີ ໂດຍການເຂົ້າຮ່ວມຂອງຜູ້ຕາງໜ້າຈາກສະຖານເອກອັກຄະລັດຖະທູດ ສ.ເກົາຫລີ ແລະ ອົງການກອຍກາ ປະຈໍາລາວ.

ເຄື່ອງທີ່ນໍາມາມອບໃນຄັ້ງນີ້ລວມມີ ຜ້າອັດປາ-ດັງ, ເຈວລ້າງມື, ຢາຂ້າເຊື້ອ, ເຄື່ອງອຸປະໂພກ ແລະ ບໍລິໂພກ ເພື່ອໃຫ້ພະນັກງານ ແລະ ນັກຮຽນ ຢູ່ທີ່ສະຖາບັນພັດທະນາສີມືແຮງງານລາວ-ເກົາຫລີ ໄດ້ນໍາໃຊ້ເຂົ້າໃນການປ້ອງກັນພະຍາດໂຄວິດ-19.

ນັບແຕ່ເດືອນມັງກອນ ຮອດ ວັນທີ 16 ພຶດສະພາ 2020 ພາກສ່ວນກ່ຽວຂ້ອງໄດ້ເກັບຕົວຢ່າງມາກວດທັງໝົດ 4,451 ຕົວຢ່າງ, ກວດພົບເຊື້ອທັງໝົດ 19 ຄົນເທົ່າເດີມ ແລະ ກໍ່ເປັນໄລຍະເວລາໜຶ່ງເດືອນ ກວ່າແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່ ຢູ່ ສປປ ລາວ.

ຂ່າວ: ວຽງຈັນທາຍ

ພາບ: ເພັດໂພໄຊ

Related Articles

Leave a Reply