ອົງການປົກຄອງແຂວງຫຼວງພະບາງ ຍັງມີຄວາມຕ້ອງການເຄື່ອງອຸປະໂພກ-ບໍລິໂພກຈໍານວນຫຼາຍເພື່ອແກ້ໄຂສຸກເສີນ ແລະ ຟື້ນຟູຫຼັງນ້ຳຖ້ວມເພື່ອແຈກຢາຍໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມ ເປັນຕົ້ນ ເຂົ້າກິນ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ຄົວເຮືອນ, ສັງກະສີ, ເຫຼັກຕະປູ ລວມທັງງົບປະມານເພື່ອນຳໃຊ້ເຂົ້າໃນການຟື້ນຟູພື້ນຖານໂຄງລ່າງ ເຊັ່ນ: ເສັ້ນທາງ, ລະບົບໄຟຟ້າ, ນໍ້າປະປາ ແລະ ເຮືອນ.
ໃນເດືອນ ກໍລະກົດ 2025 ທີ່ຜ່ານມານີ້ ຢູ່ພາຍໃນແຂວງຫຼວງພະບາງ ໄດ້ເກິດນ້ຳຖ້ວມຢູ່ຫຼາຍເມືອງ ໂດຍສະເພາະ ໄລຍະຖືກພາຍຸພັດຜ່ານລະຫວ່າງ ວັນທີ 21-23 ກໍລະກົດ ເກີດມີຝົນຕົກໜັກຫຼາຍວັນຕິດຕໍ່ກັນ ເຮັດໃຫ້ນໍ້າປ່າໄຫຼຊຸ, ດິນເຊາະເຈື່ອນ, ນ້ຳຖ້ວມເຮືອນ ແລະ ເນື້ອທີ່ທຳການຜະລິດຂອງປະຊາຊົນ ໄດ້ສົ່ງຜົນກະທົບໂດຍກົງຕໍ່ລະບົບພື້ນຖານໂຄງລ່າງ ລວມມີລະບົບຕາຂ່າຍໄຟຟ້າ, ນ້ຳລິນ, ເສັ້ນທາງ ແລະ ທີ່ຢູ່ອາໄສຂອງປະຊາຊົນ ໃນ 08 ເມືອງຄື: ເມືອງປາກອູ, ວຽງຄຳ, ຈອມເພັດ, ນານ, ຊຽງເງິນ, ປາກແຊງ, ໂພນໄຊ ແລະ ນະຄອນຫຼວງພະບາງ, ມີ 63 ບ້ານ 1.185 ຄອບຄົວ, 762 ຄົນ ຍິງ 475 ຄົນ ໃນນັ້ນມີຜູ້ເສຍຊິວິດ 03 ຄົນ ຍິງ 02 ຄົນ ລວມມູນຄ່າເສຍຫາຍທີ່ປະເມີນເບື້ອງຕົ້ນທັງໝົດ 1,97 ຕື້ກວ່າກີບ, ເຊີ່ງເສຍຫາຍຫຼາຍກວ່າໝູ່ແທ່ນເມືອງຈອມເພັດ, ນານ ແລະ ເມືອງຊຽງເງິນ.
ສຳລັບບັນດາພື້ນຖານໂຄງລ່າງ ໄດ້ເລັ່ງແກ້ໄຂເບື້ອງຕົ້ນ ຍັງບໍ່ສາມາດປະເມີນມູນຄ່າເສຍຫາຍເປັນລາຍລະອຽດໄດ້, ປັດຈຸບັນ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ມອບເງິນໃຫ້ຄະນະກໍາມະການຂັ້ນເມືອງ ເພື່ອຕິດຕາມເຝົ້າລະວັງຢູ່ 2 ເມືອງຄື: ເມືອງຊຽງເງິນ ແລະ ເມືອງນານ ພ້ອມທັງແຕ່ງຕັ້ງກອງເລຂາເພື່ອເຝົ້າລະວັງ, ຕິດຕາມຂໍ້ມູນພະຍາກອນອາກາດ, ສູນປະຈຳການຂອງຄະນະກໍາມະການ ເພື່ອກຽມພ້ອມຮັບມື ແລະ ຕອບໂຕ້ໄພພິບັດ ທີ່ອາດຈະເກີດຂຶ້ນໃນຮອບໃໝ່. ພ້ອມນີ້, ໄດ້ແຈ້ງເຕືອນໃຫ້ປະຊາຊົນ ທີ່ຢູ່ບັນດາບ້ານເປົ້າໝາຍລຽບຕາມແຄມແມ່ນໍ້າຂອງ ແລະ ນ້ຳສາຂາ ພ້ອມກັນເຝົ້າລະວັງສະພາບການຂຶ້ນ-ລົງຂອງລະດັບນ້ຳ ຕະຫຼອດເວລາ ເພື່ອກະກຽມຍົກຍ້າຍເຄື່ອງຂອງໃຫ້ທັນການ ຫາກມີສະພາບລະດັບນ້ຳເພີ່ມຂຶ້ນຜິດປົກກະຕິ. ນອກຈາກນີ້, ຍັງນຳເອົາເຄື່ອງນຸ່ງຫົ່ມ, ເຂົ້າສານ, ເຄື່ອງໃຊ້ຄົວເຮືອນ, ອາຫານແຫ້ງ ທີ່ໄດ້ຮັບການຊ່ວຍເຫຼືອຈຳນວນໜຶ່ງ ມອບໃຫ້ແຕ່ລະຄອບຄົວທີ່ໄດ້ຮັບຜົນກະທົບ ທັງໄດ້ປຸກລະດົມທຸກພາກສ່ວນໃນສັງຄົມ ພ້ອມກັນປະກອບສ່ວນມອບວັດຖຸ-ປັດໄຈ ເພື່ອຊ່ວຍຜູ້ປະສົບໄພນ້ຳຖ້ວມ ແລະ ສ້າງແຜນຟື້ນຟູຫຼັງໄພພິບັດຕື່ມອີກ.
ແຫຼ່ງຂ່າວຈາກແຂວງຫຼວງພະບາງ