Vientiane Times Lao
ອົງການພັດທະນາສາກົນ (USAID) ຊ່ວຍເຫຼືອ ສປປ ລາວ

ອົງການພັດທະນາສາກົນ (USAID) ຊ່ວຍເຫຼືອ ສປປ ລາວ

ອົງການພັດທະນາສາກົນ (USAID) ປະເທດສະຫະລັດອາເມລິກາ ໂດຍຜ່ານສູນຄຸ້ມຄອງໄພພິບັດປະຈຳຂົງເຂດ ອາຊີປາຊີຟກ ໃຫ້ການຊ່ວຍເຫຼືອ ເພື່ອສ້າງຄວາມຂັ້ມແຂງໃນລະບົບຕິດຕາມພະຍາກອນອາກາດ ແຈ້ງຂ່າວເຕືອນໄພ ແລະ ການຄຸ້ມຄອງໄພພິບັດໃຫ້ແກ່ ສປປ ລາວ ມູນຄ່າ 145,932 ດອນລາ ສະຫະລັດ ໃນມື້ນີ້ ທີ່ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ.

ບັນຫາໄພພິບັດ ແລະ ຄວາມສ່ຽງຈາກການປ່ຽນແປງຂອງດີນຟ້າອາກາດໃນ ສປປ ລາວ ມີຫຼາຍຢ່າງ ເຊັ່ນ: ນໍ້າຖ້ວມ, ແຜ່ນດນໄຫວ, ລົມພະຍຸ, ການລະບາດຂອງພະຍາດ ແລະອື່ນໆໄດ້ເປັນສິ່ງທ້າທາຍຢ່າງຫຍ່ຫຼວງ ແລະ ຮຸນແຮງຂຶ້ນໃນແຕ່ລະປີ.

ໂຄງການດັ່ງກ່າວຍັງເປັນການຍົກລະດັບຂດຄວາມສາມາດໃຫ້ແກ່ລະບົບການຕິດຕາມ ແລະ ການຄຸ້ມຄອງໄພພິບັດ ຂອງສູນປະສານງານດ້ານມະນຸດສະທຳຂອງ ອາຊຽນ (AHA center) ຫ້ມີຄວາມເຂັ້ມແຂງຂຶ້ນໃນການແບ່ງປັນ ແລະ ແລກປ່ນຂໍ້ມູນຂ່າວສານ ດ້ານການເຕືອນໄພ ແລະ ການຄຸ້ມຄອງໄພພິບັດ ຂອງອາຊຽນອກດ້ວຍ.

ຂ່າວ-ພາບ: ຄຳພັນ

Related Articles

Leave a Reply