ທ່ານ ໂຣເບີດ ເດີເວຫາ ຫົວໜ້າພາກພື້ນອົງການລັກເດບ (ລຸກຊຳບວກ) ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະທ່ານ ຫົງຄຳ ພິມມະສານ ຮອງປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍຄະນະ ໃນວັນທີ 17 ທັນວາ2025 ຜ່ານມານີ້ຢູ່ທີ່ ຫ້ອງວ່າການແຂວງຊຽງຂວາງ.
ທ່ານ ໂຣເບີດ ເດີເວຫາ ໄດ້ລາຍງານການມາເຮັດວຽກຢູ່ແຂວງຊຽງຂວາງໃນຄັ້ງນີ້, ເພື່ອແນະນຳຕົວ, ທົບທວນຜົນກະທົບຂອງໄພນ້ຳຖ້ວມໃນປີ 2025 ແລະ ກຳນົດຄວາມຕ້ອງການຟື້ນຟູປີ 2026, ສຳຫຼວດຍຸດທະສາດ ເພື່ອປັບປຸງຄຸນນະພາບແຮງງານຊາວໜຸ່ມ ຜ່ານໂຄງການຝຶກອົບຮົມວິຊາຊີບ, ການຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ, ວຽກງານສຸຂະພາບ ແລະ ໂພສະນາການ, ວຽກງານກະສິກຳ.
ໂອກາດນີ້, ທ່ານ ຫົງຄຳ ພິມມະສານ ໄດ້ກ່າວສະແດງຄວາມດີໃຈ ຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງ. ນອກນີ້, ຍັງໄດ້ລາຍງານ ການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ສະພາບນຳຖ້ວມຢູ່ແຂວງຊຽງຂວາງ ໃນປີ2025 ແລະ ຄວາມຕ້ອງການແກ້ໄຂສຸກເສີນ ແລະ ຍາວນານ, ຜົນເສຍຫາຍຈາກນ້ຳຖ້ວມຍ້ອນພາຍຸວິພາ ແລະ ພາຍຸບົວລອຍ, ສະແດງຄວາມຂອບໃຈມາຍັງອົງການທີ່ໃຫ້ການຊ່ວຍເຫຼືອ ແຂວງຊຽງຂວາງຕະຫຼອດມາ.


