Vientiane Times Lao
ອົງການອະນາໄມໂລກປະຈຳ ສປປ ລາວມອບຕູ້ແຊ່ UCC ເພື່ອຈັດເກັບວັກຊີນຕ້ານໂຄວິດ-19 ໃຫ້ແກ່ລາວ

ອົງການອະນາໄມໂລກປະຈຳ ສປປ ລາວມອບຕູ້ແຊ່ UCC ເພື່ອຈັດເກັບວັກຊີນຕ້ານໂຄວິດ-19 ໃຫ້ແກ່ລາວ

ຂະແໜງກັນພະຍາດດ້ວຍວັກຊີນ, ສູນສຸຂະພາບແມ່ ແລະ ເດັກ ສປປ ລາວໄດ້ຮັບການຊ່ວຍເຫຼືອຕູ້ແຊ່ UCC (Ultra Cold Chain) ຈໍານວນ 3 ເຄື່ອງ ໃນອຸນຫະພູມ –70 °C ເພື່ອຈັດເກັບວັກຊີນຕ້ານໂຄວິດ-19 ຈາກອົງການອະນາໄມໂລກປະຈໍາ ສປປ ລາວ ຜ່ານການສະໜັບສະໜູນຂອງ ກະຊວງສາທາລະນະສຸກ ເຢຍລະມັນ (BMG) ຊຶ່ງການຊ່ວຍເຫຼືອຕູ້ດັ່ງກ່າວນີ້ເພື່ອກຽມຄວາມພ້ອມໃຫ້ແກ່ລາວໃນການຈັດເກັບວັກຊີນຕ້ານໂຄວິດ-19 ທີ່ຈະໄດ້ຮັບການຊ່ວຍເຫຼືອຈາກ ປະເທດເພື່ອນມິດໃນໄວໆນີ້ອີກ 100.620 ໂດສ ຊຶ່ງເປັນວັກຊີນ ໄຟເຊີ້ (Pfizer) ຈາກໂຄແວັກ(COVAX) ແລະ ພິທີມອບຮັບຕູ້ແຊ່ດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ທີ່ກະຊວງສາທາລະນະສຸກ.
 ໃນໄລຍະ 2-3 ເດືອນທີ່ຜ່ານມາ, ກະຊວງສາທາລະນະສຸກ ໄດ້ມີການປະຕິບັດໜ້າທີ່ຢ່າງຕັ້ງໜ້າໃນວຽກງານການແຈກຢາຍວັກຊີນກັນພະຍາດໂຄວິດ-19. ໂດຍທີ່ຮອດວັນທີ 30 ພຶດສະພາ 2021 ຕົວເລກຈໍານວນວັກຊີນທີ່ຖືກສັກໃຫ້ແກ່ປະຊາກອນທີ່ນອນໃນກຸ່ມເປົ້າໝາຍໃນທົ່ວປະເທດແມ່ນ 885.694 ໂດສ (ເຂັມທໍາອິດ 658.377 ແລະ ເຂັມທີສອງ 277.317). ດ້ວຍຜົນສໍາເລັດດັ່ງກ່າວ, ກະຊວງສາທາລະນະສຸກ ເອງກໍມີແຜນທີ່ຈະສູ້ຊົນສັກວັກຊີນໃຫ້ໄດ້ 50% ຂອງຈຳນວນພົນລະເມືອງທັງໝົດພາຍໃນປີ 2021.

ຂໍ້ມູນ-ພາບ: ສູນຂ່າວສານການແພດ

Related Articles

Leave a Reply