ອົງການອາຫານໂລກ (WFP) ໄດ້ເປີດອາຄານຫ້ອງການພາກສະໜາມແຫ່ງໃໝ່ ໃນອາທິດຜ່ານມາ, ຢູ່ ເມືອງໄຊ, ແຂວງອຸດົມໄຊ, ເພື່ອແກ້ໄຂບັນຫາຄວາມບໍ່ໝັ້ນຄົງທາງດ້ານສະບຽງອາຫານ ແລະ ພາວະຂາດສານອາຫານ.
WFP ໃຫ້ຮູ້ວ່າ: ປະຊາຊົນໃນແຂວງປະເຊີນກັບສິ່ງທ້າທາຍຕ່າງໆ ເຊັ່ນ: ສະພາບພູມສັນຖານທີ່ຫຍຸ້ງຍາກ, ຄວາມທຸກຍາກ ແລະ ການເຂົ້າເຖິງການບໍລິການພື້ນຖານທີ່ຈໍາກັດ.
ນັບຕັ້ງແຕ່ປີ 2003 ເປັນຕົ້ນມາ, ການດໍາເນີນງານໄດ້ຂະຫຍາຍຕົວຂຶ້ນຢ່າງຕໍ່ເນື່ອງ, ແລະ ຈະປະກາດການຍົກລະດັບການມີສ່ວນຮ່ວມຂອງ WFP ຢູ່ ເມືອງໄຊ ໃຫ້ກາຍເປັນສູນກາງທາງພາກເໜືອ, ເຊິ່ງສະໜອງການຊ່ວຍເຫຼືອຢູ່ໃນ 6 ແຂວງ ແລະ 45 ເມືອງ.
ອາຄານຫ້ອງການແຫ່ງໃໝ່ຂອງ WFP ມີສາງເກັບມ້ຽນສະບຽງອາຫານດ້ານມະນຸດສະທຳທີ່ປອດໄພ ແລະ ພື້ນທີ່ເຮັດວຽກທີ່ທັນສະໄໝ ແລະ ເໝາະສົມ ເພື່ອໃຊ້ໃນການດຳເນີນງານຂອງພວກເຮົາ.
ພິທີດັ່ງກ່າວເປັນກຽດເຂົ້າຮ່ວມໂດຍ ທ່ານ ອ່ອນແກ້ວ ອຸ່ນອາລົມ, ຮອງເຈົ້າແຂວງອຸດົມໄຊ ໄດ້ເຂົ້າຮ່ວມພິທີເປີດນຳພວກເຮົາໃນອາທິດຜ່ານມາ.
ອົງການອາຫານໂລກຈະສືບຕໍ່ເຮັດວຽກກັບບັນດາຄູ່ຮ່ວມງານ, ເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພຊະນາການທີ່ດີຕໍ່ສຸຂະພາບສຳລັບຊຸມຊົນທີ່ດ້ອຍໂອກາດໃນພາກເໜືອຂອງ ສປປ ລາວ.