Vientiane Times Lao
ອົ​ດສະ​ຕຣາ​ລີ ແລະ ສະ​ຫະ​ພາບ​ເອີ​ຣົບ ຊ່ວຍຈັດ​ພິມ​ປຶ້ມ​ແບບ​ຮຽນ​ຊັ້ນ ປ 2

ອົ​ດສະ​ຕຣາ​ລີ ແລະ ສະ​ຫະ​ພາບ​ເອີ​ຣົບ ຊ່ວຍຈັດ​ພິມ​ປຶ້ມ​ແບບ​ຮຽນ​ຊັ້ນ ປ 2

ລັດຖະບານອົ​ດສະຣາລີ ແລະ ສະຫະພາບເອີຣົບ ສືບຕໍ່ໃຫ້ການສະໜັບສະໜູນ ກະຊວງສຶກສາທິການ ແລະ ກິລາ ໃນການພັດທະນາຫຼັກສູດການຮຽນ-ການສອນໃນແຕ່ລະຊັ້ນຮຽນ, ເຊິ່ງການສະໜັບສະໜູນຄັ້ງນີ້ ແມ່ນໄດ້ຈັດພິມປຶ້ມແບບຮຽນຊັ້ນປະຖົມສຶກສາປີທີ 2 ທັງໝົດ 756.000 ຫົວ ເພື່ອແຈກຢາຍໃນທົ່ວປະເທດ.

ປຶ້ມແບບຮຽນຊັ້ນປະຖົມສຶກສາປີທີ 2 ດັ່ງກ່າວ ໄດ້ສົ່ງໄປຫາບັນດາຫ້ອງການສຶກສາທິການ ແລະ ກິລາ ຂັ້ນເມືອງ ຈຳນວນ 148 ເມືອງໃນທົ່ວປະເທດ ຫວ່າງບໍ່ດົນມານີ້. ຫຼັງຈາກນັ້ນ​ ​ຫ້ອງການສຶກສາທິການ ແລະ ກິລາ ຂັ້ນເມືອງ ຈະຮ່ວມວາງແຜນກັບໂຮງຮຽນເພື່ອນຳສົ່ງ ຫຼື ເດີນທາງມາຮັບ ເອົາປຶ້ມແບບຮຽນດັ່ງກ່າວໄປໃຫ້ໂຮງຮຽນຂອຕົນ.ປື້ມແບບຮຽນດັ່ງກ່າວ ໄດ້ຖືກບັນຈຸເຂົ້າໃນແກັດທັງ​ໝົດ​ເປັນຈຳນວນ 9.365 ແກັດ, ໃນນັ້ນໂຮງຮຽນປະຖົມສຶກສາສົມູນແຕ່ລະແຫ່ງຈະໄດ້ຮັບແກັດອຸປະກອນຮຽນຢ່າງໜ້ອຍ 1 ແກັດ.

ນັກຮຽນຊັ້ນປະຖົມສຶກສາປີທີ 2 ທຸກໆຄົນ ຈະໄດ້ຮັບປຶ້ມແບບຮຽນຄົນລະຊຸດລວມມີ ປຶ້ມແບບຮຽນພາສາລາວ, ປຶ້ມແບບຮຽນວິທະຍາສາດ ແລະ ສິ່ງແວດລ້ອມ ແລະ ວິຊາຄຸນສົມບັດສຶກສາ. ປຶ້ມແບບຮຽນເຫຼັ້ມໃໝ່ນີ້ມີສີສັນ ແລະ ລວດລາຍທີ່ສວຍງານເພື່ອດຶງດູດຄວາມສົນໃຈຂອງນັກຮຽນ ແລະ ຊ່ວຍໃນການຈື່ຈຳອີກດ້ວຍ.

ອຸປະກອນປະກອບການຮຽນ-ການສອນທັງໝົດນີ້ແມ່ນຖືກອອກແບບມາເພື່ອການຮຽແບບມີສ່ວນຮ່ວມຂອງນັກຮຽນ ເຊິ່ງ​​ເປັນຈິດໃຈຫຼັກຂອງຫຼັກສູດການສອນສະບັບປັບປຸງໃໝ່ນີ້. ແຕ່ລະຫົວຂໍ້ໃນປຶ້ມແບບຮຽນ ແລະ ອຸປະກອນເສີມ ແມ່ນໄດ້ຜ່ານການກວດແກ້ຢ່າງພິຖີພິຖັນເພື່ອໃຫ້ໝັ້ນໃຈວ່າຫຼັກສູດສະບັບໃໝ່ນີ້ເໝາະສົມກັບນັກຮຽໃນເກນອາຍຸດັ່ງກ່າວ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply