ທ່ານ ປອ. ບຸນທອງ ຈິດມະນີ, ຮອງນາຍົກລັດ ຖະມົນຕີ ຫົວໜ້າຄະນະຊີ້ນໍາໂຄງການກໍ່ສ້າງ ທາງລົດໄຟລາວ-ຈີນ ພ້ອມຄະນະ ໄດ້ໄປຢ້ຽມ ຢາມ ຕິດຕາມ, ກວດກາ ແລະ ຊຸກຍູ້ ການໄກ່ ເກ່ຍສິ່ງກີດຂວາງ ການເບີກຈ່າຍຄ່າຊົດເຊີຍຜົນ ກະທົບຕໍ່ປະຊາຊົນ ໃນວັນທີ 15 ມັງກອນ 2020.
ທ່ານ ຮອງນາຍົກ ພ້ອມຄະນະໄດ້ລົງ ກວດກາ ການກໍ່ສ້າງຕົວຈິງ ຂອງໂຄງການກໍ່ສ້າງທາງ ລົດໄຟລາວ-ຈີນ ຢູ່ບ້ານຫ້ວຍເລີດ, ບ້ານໂພນ ທອງ ເມືອງຫີນເຫີບ ສະຖານີ ວັງວຽງ ບ້ານປາກ ເປາະ, ສົມສະຫວາດ ເມືອງວັງວຽງ ແລະ ສະຖານີກາສີ ເມືອງກາສີແຂວງວຽງຈັນ.
ທ່ານ ປອ. ບຸນທອງ ໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ຄະນະຮັບຜິດຊອບ ແລະ ພໍ່ແມ່ປະຊາຊົນ ຢູ່ແຕ່ລະຈຸດ ທີ່ໄດ້ເອົາໃຈໃສ່ໃນການໃຫ້ຄວາມ ຮ່ວມມື ແລະ ອໍານວຍຄວາມສະດວກໃຫ້ແກ່ ການກໍ່ສ້າງ ເຮັດໃຫ້ການກໍ່ສ້າງດໍາເນີນໄປຢ່າງ ຄ່ອງແຄ້ວ, ພ້ອມນີ້້ກໍ່ໄດ້ເນັ້ນໃຫ້ຄະນະຮັບຜິດ ຊອບໄກ່ເກ່ຍສິ່ງກີດຂວາງໃຫ້ຮີບຮ້ອນແກ້ໄຂຈຸດທີ່ຍັງຄ້າງຄາໃຫ້ສໍາເລັດໂດຍໄວ ເປັນຕົ້ນການບຸກ ເບີກພື້ນທີ່ເພື່ອຍົກຍ້າຍປ່າຊ້າ ແລະ ໄກ່ເກ່ຍພື້ນ ທີ່ເພື່ອສ້າງທາງ 13 ເໜືອໃໝ່ ຢູ່ບ້ານຫ້ວຍອີ່ເລີດ ເມືອງວັງວຽງ ແລະ ບ່ອນອື່ນໆອີກ ເພື່ອໃຫ້ການ ດໍາເນີນການກໍ່ສ້າງທາງລົດໄຟດໍາເນີນໄປຢ່າງຕໍ່ ເນື່ອງ ແລະ ສາມາດສໍາເລັດຕາມເວລາທີ່ກໍາ ນົດໄວ້.
ໂຄງການກໍ່ສ້າງທາງລົດໄຟລາວ-ຈີນຊ່ວງຜ່ານ ແຂວງວຽງຈັນມີຄວາມຍາວທັງໝົດ 145,69 ກິໂລແມັດ, ສາມາດໄກ່ເກ່ຍ ແລະ ມອບພື້ນທີ່ໃຫ້ ໂຄງການແລ້ວ 145,06 ກິໂລແມັດ ເທົ່າກັບ 99,58 ສ່ວນຮ້ອຍ. ທາງລົດໄຟແລ່ນຜ່ານ ແຂວງວຽງຈັນມີ ຄວາມຍາວ ທັງໝົດ 145,69 ກິໂລແມັດ ຜ່ານ 4 ເມືອງ, 60 ບ້ານຄື: ເມືອງກາສີ 9 ບ້ານ, ເມືອງວັງວຽງ 16 ບ້ານ, ເມືອງຫີນເຫີບ 11 ບ້ານ ແລະ ເມືອງໂພນໂຮງ 24 ບ້ານ, ມີຄອບຄົບທີໄດ້ຮັບຜົນກະທົບ 1,589 ຄອບຄົວ ລວມມູນຄ່າຊົດເຊີຍທັງໝົດຫຼາຍກວ່າ 290 ຕື້ກີບ ເຊິ່ງໃນນີ້ຍັງບໍ່ໄດ້ລວມເຖິງຜົນ ກະ ທົບທາງເຂົ້າສະຖານນີ 3 ແຫ່ງ, ຜົນກະທົບ ຈາກການຍົກຍ້າຍແລວທາງຕ່າງໆທີ່ທາງລົດໄຟ ຕັດຜ່ານທີ່ຈະໄດ້ກໍ່ສ້າງຄືນ, ຜົນກະທົບຈາກ ການຍົກຍ້າຍໄຟຟ້າແຮງສູງ, ຄາດວ່າມູນຄ່າການ ຊົດເຊີຍຈະເພີ່ນຂຶ້ນອີກ.
ການຊົດເຊີຍ ມາຮອດບັດຈຸບັນ ໄດ້ຮັບງົບປະ ມານທັງໝົດ 7 ງວດ ມູນຄ່າ ຫຼາຍກວ່າ 204 ຕື້ກີບ, ໃນນັ້ນ ຈ່າຍໃຫ້ຄອບຄົວຜູ້ຖືກຜົນກະທົບ 965 ຄອບຄົວ, ປ່າຊ້າ 3 ແຫ່ງ, ໂຮງຮຽນປະຖົມ 3 ຫຼັງ. ກໍາລັງສະເໜີຂໍຊໍາລະໃນງວດ 8 ລວມ 346 ຄອບຄົວ ໃນນັ້ນ ເຂດແລວທາງລົງໄຟ 281 ຄອບຄົວ ແລະ ກະທົບນອກແລວທາງເວັນຕ່າງໆ ແລະ ແລວໄຟຟ້າ 65 ຄອບຄົວ ລວມມູນຄ່າ ຫຼາຍກວ່າ 40 ຕື້ກີບ.
ຂ່າວ: ວຽງຈັນທາຍ
ພາບ: ຫສນຍ