Vientiane Times Lao
ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານ ຫວຽດ-ລາວ ມອບເງິນຊ່ວຍເຫຼືອລັດຖະບານ

ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານ ຫວຽດ-ລາວ ມອບເງິນຊ່ວຍເຫຼືອລັດຖະບານ

ບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານ ຫວຽດ-ລາວ ມອບເງິນຊ່ວຍເຫຼືອລັດຖະບານ ຊຶ່ງປະກອບມີ ຈໍານວນເງິນ 1 ລ້ານໂດລາສະຫະລັດ ແມ່ນເພື່ອນຳໃຊ້ເຂົ້າໃນວຽກງານທົບທວນ ແລະ ປັບປຸງຍຸດທະສາດການພັດທະນາພະລັງງານ ຢູ່ ສປປ ລາວ ແລະ ອີກ 3 ຕື້ກີບ ແມ່ນປະກອບສ່ວນເຂົ້າໃນແກ້ໄຂໄພພິບັດນໍ້າຖ້ວມ ຢູ່ ສປປ ລາວ ໃນປີ 2025.

ພິທີມອບ-ຮັບ ເງິນຈໍານວນດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 24 ກໍລະກົດ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ຕາງໜ້າບໍລິສັດ ກ່າວມອບໂດຍ ທ່ານ ເລແທັງ ຕາວ ປະທານໃຫຍ່ບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານ ຫວຽດ-ລາວ ແລະ ຕາງໜ້າລັດຖະບານລາວ ກ່າວຮັບໂດຍ ທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໂດຍໃຫ້ກຽດເຂົ້າຮ່ວມ ເປັນສັກຂີພິຍານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ແຈ້ງໃຫ້ຊາບ ກ່ຽວກັບສະພາບຜົນກະທົບ ກໍຄື ຜົນເສຍຫາຍ ຈາກໄພພິບັດນໍ້າຖ້ວມ ທີ່ເກີດຂຶ້ນ ຢູ່ ສປປ ລາວ ໃນປີ 2025 ໂດຍສະເພາະ ໃນໄລຍະທີ່ໄດ້ຮັບຜົນກະທົບຈາກພາຍຸວິພານີ້, ລວມທັງການແກ້ໄຂ ແລະ ຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບດັ່ງກ່າວ, ພ້ອມນັ້ນ ກໍໄດ້ສະແດງຄວາມຊົມເຊີຍ ຂອບໃຈ ແລະ ຮູ້ບຸນຄຸນ ຕໍ່ບໍລິສັດຮຸ້ນສ່ວນການລົງທຶນ ແລະ ພັດທະນາພະລັງງານ ຫວຽດ-ລາວ ທີ່ໄດ້ມີຈິດໃຈມະນຸດສະທໍາ, ເອື້ອເພື້ອເຜື່ອແຜ່ ໃຫ້ການຊ່ວຍເຫຼືອລັດຖະບານລາວ ທັງໄລຍະຜ່ານມາ ແລະ ປະຈຸບັນ ຊຶ່ງການຊ່ວຍເຫຼືອດັ່ງກ່າວ ແມ່ນສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ຂອງສະພາບການຕົວຈິງ, ເປັນການເສຍສະຫຼະ ເພື່ອປະກອບສ່ວນເຂົ້າໃນການພັດທະນາວຽກງານພະລັງງານ, ການແກ້ໄຂຜົນກະທົບ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ຜູ້ທີ່ປະສົບໄພທໍາມະຊາດ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

ການປະກອບສ່ວນຄັ້ງນີ້ ຍັງເປັນການປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ສືບຕໍ່ເກີດດອກອອກຜົນ ແລະ ຈະເລີນງອກງາມບໍ່ຢຸດຢັ້ງ. ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ຍັງໄດ້ຢືນຢັນວ່າ ຈະນຳເອົາການຊ່ວຍເຫຼືອດັ່ງກ່າວ ໄປມອບໃຫ້ພາກສ່ວນກ່ຽວຂ້ອງ ນຳໃຊ້ດ້ວຍຄວາມໂປ່ງໃສ ແລະ ຖືກເປົ້າໝາຍ ຢ່າງແທ້ຈິງ.

ທ່ານ ສອນໄຊ ສີພັນດອນ ຍັງໄດ້ກ່າວສະແດງຄວາມຊົມເຊີຍ ຕໍ່ບໍລິສັດ ທີ່ໄດ້ເອົາໃຈໃສ່ພັດທະນາໂຄງການລົງທຶນຂອງຕົນ ໂດຍສະເພາະ ໂຄງການໄຟຟ້າພະລັງງານລົມເຈືອງເຊິນ ຢູ່ແຂວງບໍລິຄຳໄຊ ຊຶ່ງເລີ່ມມາສຶກສາ ແລະ ລົງທຶນພັດທະນາໂຄງການດັ່ງກ່າວ ໃນທ້າຍປີ 2023, ມາຮອດປະຈຸບັນ ເຫັນວ່າ ມີຄວາມຄືບໜ້າໄວ, ຄາດວ່າ ຈະສາມາດຜະລິດໄຟຟ້າສົ່ງອອກຂາຍ ໃນທ້າຍປີ 2025 ນີ້ 600 ເມກາວັດ, ເປັນບໍລິສັດ ທີ່ເຮັດແທ້ທໍາຈິງ ທັງໄດ້ປະກອບສ່ວນພັດທະນາພື້ນຖານໂຄງລ່າງ ແລະ ຊຸມຊົນທ້ອງຖິ່ນໂຄງການ ຢ່າງຫຼວງຫຼາຍ ໂດຍສະເພາະ ເສັ້ນທາງ-ຂົວ ແລະ ກອງທຶນລົບລ້າງເຮືອນເຄິ່ງຖາວອນ ສຳລັບຄອບຄົວທຸກຍາກ ຢູ່ແຂວງບໍລິຄຳໄຊ ລວມທັງການພັດທະນາດ້ານຕ່າງໆ ທີ່ຕິດພັນກັບການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໃນເຂດດັ່ງກ່າວ ໃຫ້ນັບມື້ດີຂຶ້ນ.

ໃນໂອກາດດຽວກັນ, ທ່ານ ເລ ແທັງ ຕາວ ກໍໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານ ແລະ ພາກສ່ວນກ່ຽວຂ້ອງ ຂອງ ສປປ ລາວ ທີ່ໄດ້ອຳນວຍຄວາມສະດວກ ແລະ ຕິດຕາມຊຸກຍູ້ ການພັດທະນາໂຄງການຂອງຕົນດ້ວຍດີຕະຫຼອດມາ, ທັງໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ເອົາໃຈໃສ່ພັດທະນາໂຄງການໄຟຟ້າພະລັງງານລົມ ຢູ່ແຂວງບໍລິຄຳໄຊ ແລະ ໂຄງການລົງທຶນອື່ນໆ ຢູ່ ສປປ ລາວ ໃຫ້ສຳເລັດຕາມແຜນການທີ່ກຳນົດໄວ້, ຈະສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາສັງຄົມ ແລະ ທ້ອງຖິ່ນໂຄງການ ໃຫ້ນັບມື້ດີຂຶ້ນ.

ທີ່ມາ: ກົມປະຊາສຳພັນ ຫສນຍ

Related Articles

Leave a Reply