Vientiane Times Lao
ຮ່ວມກັນໄຫວ້ອາໄລເປັນຄັ້ງສຸດທ້າຍແດ່ດວງວິນຍານ ກິ ດາວເພັດ

ຮ່ວມກັນໄຫວ້ອາໄລເປັນຄັ້ງສຸດທ້າຍແດ່ດວງວິນຍານ ກິ ດາວເພັດ

ແຟນເພງຈະມີໂອກາດຮ່ວມກັນໄຫວ້ອາໄລ ເປັນຄັ້ງສຸດທ້າຍເຖິງດວງວິນຍານຂອງນັກຮ້ອງຂວັນໃຈມະຫາຊົນ ທັງພາຍໃນ ແລະ ຕ່າງປະເທດ ກິ ດາວເພັດ ໜູຫ່ວງ, ເນື່ອງຈາກວ່າຈະມີພິທີຊາປະນະກິດສົບໃນວັນທີ 27 ເມສາ 2020 ນີ້ ທີ່ວັດສົມສະຫງັດ ເຂດເກົ້າລ້ຽວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ອີງຕາມຂໍ້ມູນຈາກເຟສບຸກ ຂອງວົງດົນຕີໜຸ່ມໂກສິນໃຫ້ຮູ້ວ່າ ກິ ດາວເພັດ ໜູຫ່ວງ ໄດ້ເຖິງແກ່ມໍລະນາກໍາ ດ້ວຍພະຍາດຂອງຜູ້ກ່ຽວເອງ ໃນເວລາ 6:35 ໂມງ ຂອງວັນທີ 24 ເມສາ 2020 ທີ່ຜ່ານມາ ດ້ວຍອາຍຸ 49 ປີ, ເຊິ່ງເປັນການສູນເສຍຄັ້ງຍີ່ງໃຫຍ່ ອີກເທື່ອໜຶ່ງໃນວົງການເພງລູກທົ່ງບ້ານນາ ຂອງລາວ ແລະ ຄົງເຫຼືອໄວ້ແຕ່ຜົນງານເພງ ເພື່ອໃຫ້ແຟນເພງຈົດຈໍາຕະຫຼອດໄປ.

ກິ ດາວເພັດ ໜູຫ່ວງ ເປັນນັກຮ້ອງທີ່ມີຊື່ສຽງໂດງດັງ ໃນວົງການບັນເທີງລາວ ຫຼາຍກວ່າ 20 ປີ, ເຊິ່ງເປັນໜຶ່ງໃນວົງດົນຕີໜຸ່ມໂກສິນ (ສາມອ້າຍນ້ອງ) ທີ່ແຟນເພງຈົດຈໍາບົດເພງໄດ້ເປັນຢ່າງດີ ເປັນຕົ້ນ ຟ້າອູ້ມຝົນ, ທະຫານສັ່ງແຟນ, ຄອຍນ້ອງຄືນອຸດົມໄຊ ແລະ ອີກຫຼາຍບົດເພງ.

ໃນໂອກາດນີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ກໍ່ໄດ້ສົ່ງພວງມາລາເພື່ອອາໄລແດ່ດວງວິນຍານຂອງ ກິ ດາວເພັດ ໜູຫ່ວງ ໂດຍມອບໝາຍໃຫ້ ທ່ານ ບົວເງີນ ຊາພູວົງ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຕາງໜ້າວາງພວງມາລາດັ່ງກ່າວ.

ຂ່າວ: ວຽງຈັນທາຍ   

Related Articles

Leave a Reply