ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານໃຫ້ຊາບໃນມື້ນີ້ວ່າ ເກີດແຜ່ນດິນໄຫວ ຢູ່ສອງແຂວງພາກເໜືອ ຄື ແຂວງ ໄຊຍະບູລີ ແລະ ບໍ່ແກ້ວ.
ຕາມການລາຍງານໃຫ້ຮູ້ວາ່: ແຂວງ ໄຊຍະບູລີ ເກີດແຜ່ນດິນໄຫວ ມີຄວາມແຮງສັ່ນສະເທື່ອນວັດແທກໄດ້ 1.7 ຣິກເຕີ, ມີຄວາມເລິກຈາກໜ້າດິນ 1 ກິໂລແມັດ, ໃນເວລາ 00 ໂມງ 02 ນາທີ ຂອງວັນທີ 28 ພຶດສະພາ 2020 ໂດຍ ໄດ້ພົບສັນຍານການເກີດແຜ່ນດິນໄຫວຈໍານວນ 1 ຄັ້ງ ບໍລິເວນເຂດບ້ານສັນແຕ, ເມືອງ ໄຊສະຖານ, ເຊິ່ງຈຸດເກີດແຜ່ນດິນໄຫວ ແມ່ນໄກຈາກຕົວເມືອງ ໄຊສະຖານ ປະມານ 3 ກິໂລແມັດ ແລະ ແຜ່ນດິນໄຫວໃນຄັ້ງນີ້ ເປັນແຜ່ນດິນໄຫວຂະໜາດນ້ອຍ ບໍ່ມີຜົນເສຍຫາຍ.
ສະເພາະແຂວງ ບໍ່ແກ້ວ ເກີດຂຶ້ນໃນເວລາ 05 ໂມງ 43 ນາທີ ມື້ດຽວກັນໂດຍ ໄດ້ພົບສັນຍານການເກີດແຜ່ນດິນໄຫວ ຈໍານວນ 1 ຄັ້ງ ບໍລິເວນເຂດບ້ານ ນາງາມ, ເມືອງ ເມີງ, ເຊິ່ງຈຸດເກີດແຜ່ນດິນໄຫວ ແມ່ນໄກຈາກເທດສະບານເມືອງ ເມີງ ປະມານ 19 ກິໂລແມັດ ແລະ ເປັນແຜ່ນດິນໄຫວຂະໜາດນ້ອຍ ບໍ່ມີຜົນເສຍຫາຍ. ແຜ່ນດິນໄຫວດັ່ງກ່າວ ມີຄວາມແຮງສັ່ນສະເທື່ອນວັດແທກໄດ້ 2.2 ຣິກເຕີ, ມີຄວາມເລິກຈາກໜ້າດິນ 1 ກິໂລແມັດ.
ໃນເດືອນດຽວກັນນີ້, ເກີດ ແຜ່ນດິນໄຫວ ສອງຄັ້ງ ຄື ວັນທີ 14 ພຶດສະພາ 2020 ເຂດບ້ານນໍ້າພຸ, ເມືອງແມດ, ແຂວງວຽງຈັນ, ເຊິ່ງຄວາມ ແຮງສັ່ນສະເທື່ອນວັດແທກໄດ້ 2.6 ຣິກເຕີ ແລະ ວັນທີ 22 ພຶດສະພາ 2020 ຢູ່ເຂດ ບ້ານສີໄຊທອງ, ເມືອງ ໄຊສະຖານ, ແຂວງ ໄຊຍະບູລີ, ເຊິ່ງ ຄວາມແຮງສັ່ນສະເທື່ອນວັດແທກໄດ້ 2.3 ຣິກເຕີ.
ຂ່າວ: ວຽງຈັນທາຍ