Vientiane Times Lao
ເກີດແຜ່ນດິນໄຫວ 2 ຄັ້ງໃນຕອນເຊົ້າຂອງມື້ນີ້ຢູ່ແຂວງໄຊຍະບູລີ

ເກີດແຜ່ນດິນໄຫວ 2 ຄັ້ງໃນຕອນເຊົ້າຂອງມື້ນີ້ຢູ່ແຂວງໄຊຍະບູລີ

ສູນຂໍ້ມູນຂ່າວສານແຜ່ນດິນໄຫວ ແຫ່ງຊາດລາວ ໃຫ້ຮູ້ວ່າ: ພົບສັນຍານການເກີດແຜ່ນດິນໄຫວ ພາຍໃນປະເທດລາວ ຈໍານວນ 2 ຄັ້ງ ໃນບໍລິເວນ ແຂວງໄຊຍະບູລີ ໃນຕອນເຊົ້າຂອງມື້ວັນທີ 1 ມິຖຸນາ 2021 ນີ້ ຊຶ່ງຄັ້ງທີ 1 ເກີດຂຶ້ນໃນເວລາ 3 ໂມງ 30ນາທີ 53 ວິນາທີ (3:30:53 ໂມງ) ຢູ່ຈຸດສູນກາງເສັ້ນຂະໜານທີ 19.487 ອົງສາເໜືອ ແລະ ເສັ້ນແວງທີ 101.506 ອົງສາຕາເວັນອອກ ຄວາມແຮງສັ່ນສະເທືອນວັດແທກໄດ້ 2.0 ຣິກເຕີ, ມີຄວາມເລີກຈາກເທິງໜ້າດິນ ປະມານ 4 ກິໂລແມັດ, ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ ເມືອງໄຊສະຖານ ແຂວງໄຊຍະບູລີ, ເຊິ່ງຈຸດເກີດແຜ່ນດິນໄຫວ ແມ່ນຫ່າງຈາກເທດສະບານ ເມືອງໄຊສະຖານ ປະມານ 27 ກິໂລແມັດ ແລະ ຄັ້ງທີ 2 ແມ່ນເກີດຂຶ້ນໃນເວລາ 4 ໂມງ 54 ນາທີ 13 ວິນາທີ (4:54:13 ໂມງ) ຢູ່ຈຸດສູນກາງເສັ້ນຂະຫນານທີ 19.386 ອົງສາເໜືອ ແລະ ເສັ້ນແວງທີ 101.549 ອົງສາຕາເວັນອອກ ຄວາມແຮງສັ່ນສະເທືອນ ວັດແທກໄດ້ 1.8 ຣິກເຕີ, ເຊິ່ງມີຄວາມເລີກຈາກເທິງໜ້າດິນ ປະມານ 3 ກິໂລແມັດ, ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ ບ້ານນາຂັນ, ເມືອງໄຊຍະບູລີ ແຂວງໄຊຍະບູລີ, ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງໄຊຍະບູລີ ປະມານ 22 ກິໂລແມັດ. ແຕ່ບໍ່ມີລາຍງານຜົນເສຍຫາຍຈາກເຫດການແຜ່ນດິນໄຫວດັ່ງກ່າວ.

Related Articles

Leave a Reply