ກົມອຸຕຸນິຍົມ ແລະ ອຸທົກກະສາດແຈ້ງໃຫ້ຮູ້ວ່າ: ເມື່ອວັນທີ 10 ກໍລະກົດ 2021 ນີ້ເວລາປະມານ 00:07 ໂມງ ໄດ້ພົບສັນຍານການເກີດແຜ່ນດິນໄຫວຈຳນວນ 1 ຄັ້ງຢູ່ບໍລິເວນບ້ານເສົາດຽວ ເມືອງໄຊສະຖານ ແຂວງໄຊຍະບູລີ ໂດຍມີຄວາມແຮງສັ່ນສະເທືອນວັດແທກໄດ້ 2.2 ຣິກເຕີ ແຕ່ບໍ່ມີລາຍງານຜົນເສຍຫາຍ.
ເມື່ອວັນທີ 7-8 ກໍລະກົດ 2021 ທີ່ຜ່ານມາ ຢູ່ເມືອງເງິນ ແຂວງໄຊຍະບູລີ ກໍ່ໄດ້ເກີດແຜ່ນດິນໄຫວຈຳນວນ 16 ຄັ້ງ ຊຶ່ງມີຄວາມແຮງເຖິງ 4.5 ຣິກເຕີ ແລະ ວັນທີ 9 ກໍ່ໄດ້ເກີດແຜ່ນດິນໄຫວ 1 ຄັ້ງຢູ່ເມືອງໄຊສະຖານ ແຂວງໄຊຍະບູລີ ໂດຍມີຄວາມແຮງສັ່ນສະເທືອນ 1.5 ຣິກເຕີ.
