Vientiane Times Lao
ເຂື່ອນໄຟຟ້າດອນສະໂຮງ ເລີ່ມສົ່ງອອກໄຟຟ້າໃຫ້ກໍາປູເຈຍແລ້ວ

ເຂື່ອນໄຟຟ້າດອນສະໂຮງ ເລີ່ມສົ່ງອອກໄຟຟ້າໃຫ້ກໍາປູເຈຍແລ້ວ

ເຂື່ອນໄຟຟ້າດອນສະໂຮງເລີ່ມຜະລິດໄຟຟ້າສົ່ງຂາຍໃຫ້ກໍາປູເຈຍແລ້ວ ນັບແຕ່ວັນທີ 4 ພະຈິກທີ່ຜ່ານມາ, ພາຍຫຼັງທີ່ສໍາເລັດການກໍ່ສ້າງສາຍສົ່ງ ທີ່ສະຖານີໄຟຟ້າແຮງສູງ 500 ກິໂລໂວນ ຢູ່ບ້ານຫາດ ເມືອງໂຂງ  ແຂວງຈໍາປາສັກ ຫາ ຊາຍແດນລາວ-ກໍາປູເຈຍ ໂດຍມີພິທີເປີດນໍາໃຊ້ເມື່ອບໍ່ດົນມານີ້.
ເຂື່ອນໄຟຟ້າດອນສະໂຮງຕັ້ງຢູ່ຫ້ວຍສະໂຮງ ຢູ່ລະຫວ່າງ ດອນສະດຳ ແລະ ດອນສະໂຮງ ເມືອງໂຂງແຂວງຈຳປາສັກ ມີກຳລັງຕິດຕັ້ງ 260 MW, ສາມາດຜະລິດພະລັງງານໄດ້ 2.028 GWh/ປີ. ພະລັງງານເກືອບທັງໝົດ ແມ່ນສົ່ງຂາຍໃຫ້ ປະເທດກຳປູເຈຍ ໂດຍຜ່ານ ລັດວິສາຫະກິດໄຟຟ້າລາວ.

ຂໍ້ມູນ: ສູນຂ່າວສານພະລັງງານ ແລະ ບໍ່ແຮ່

Related Articles

Leave a Reply