ເງິນເດືອນແຮງງານຂັ້ນຕ່ຳ ອາດເພີ່ມຂື້ນ ຈາກ 1,600,000 ກີບ/ເດືອນ ເປັນ 2,700,000 ກວ່າກີບ/ເດືອນ

ເງິນເດືອນແຮງງານຂັ້ນຕ່ຳ ອາດເພີ່ມຂື້ນ ຈາກ 1,600,000 ກີບ/ເດືອນ ເປັນ 2,700,000 ກວ່າກີບ/ເດືອນ

ຄ່າແຮງງານ ຫຼື ເງິນເດືອນແຮງງານຂັ້ນຕ່ຳ ອາດເພີ່ມຂື້ນ ຈາກ 1,600,000 ກີບ/ເດືອນ ເປັນ 2,700,000 ກວ່າກີບ/ເດືອນ

ຫາກລວມກັບເງິນອຸດໜູນຄ່າຄອງຊີບ 900,000 ກີບຈະເຮັດໃຫ້ລາຍຮັບລວມຂອງຜູ້ອອກແຮງງານຂັ້ນຕໍ່າບັນລຸເຖິງ 3,610,451 ກີບ/ເດືອນ ແຕ່ການເພີ່ມເງິນເດືອນດັ່ງກ່າວຍັງຢູ່ໃນຂັ້ນຕອນສະເໜີ ໂດຍໄດ້ປຶກສາຫາລືທີ່ກອງປະຊຸມຄະນະກຳມະການແຮງງານແຫ່ງຊາດ ຄັ້ງທີ III ໂດຍມີຜູ້ແທນຈາກອົງການສາມຝ່າຍ ຄືຝ່າຍລັດຖະບານ, ຜູ້ຕາງໜ້າຜູ້ອອກແຮງງານ ແລະ ຜູ້ຕາງໜ້າຜູ້ໃຊ້ແຮງງານ ແລະ ພາກສວ່ນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ພົງສະຫວັນ ໄຊໂກສີ ຫົວໜ້າກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ກ່າວທີ່ກອງປະຊຸມວ່າ: ຍ້ອນສະພາບອັດຕາເງິນເຟີ້ ແລະ ລາຄາສິນຄ້າທີ່ເພີ່ມສູງຂຶ້ນ, ກົມຄຸ້ມຄອງແຮງງານໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເພື່ອຄິດໄລ່ຄ່າແຮງງານຂັ້ນຕ່ຳຄືນໃໝ່ ໂດຍອີງໃສ່ດັດສະນີລາຄາຊົມໃຊ້ ຫຼື CPI ແຕ່ປີ 2018-2025.

ຝ່າຍລັດຖະບານ ກໍຄືກະຊວງ ຮສສ ໄດ້ສະເໜີຕົວເລກຄິດໄລ່ ຕາມ CPI ເຫັນດີປັບຂຶ້ນເປັນ 2,710,451 ກີບ/ເດືອນ ຫາກລວມກັບເງິນອຸດໜູນຄ່າຄອງຊີບ 900,000 ກີບ, ຈະເຮັດໃຫ້ລາຍຮັບລວມຂອງຜູ້ອອກແຮງງານບັນລຸເຖິງ 3,610,451 ກີບ/ເດືອນ.

ສ່ວນຝ່າຍຕົວແທນຜູ້ອອກແຮງງານ (ສູນກາງສະຫະພັນກຳມະບານລາວ) ໄດ້ສະເໜີໃຫ້ປັບຂຶ້ນສູງເຖິງ 4,100,000 ກີບ/ເດືອນ ໂດຍອີງໃສ່ການເກັບກຳຂໍ້ມູນຄ່າໃຊ້ຈ່າຍຕົວຈິງໃນທ້ອງຕະຫຼາດ ເພື່ອໃຫ້ກຸ້ມກິນໃນສະພາວະປັດຈຸບັນ.

ຝ່າຍຜູ້ປະກອບການ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ໄດ້ສະເໜີຕົວເລກພື້ນຖານທີ່ 1,931,680 ກີບ/ເດືອນ ເມື່ອລວມເງິນອຸດໜູນ 9 ແສນກີບ ຈະເທົ່າກັບ 2,831,680 ກີບ/ເດືອນ ເພື່ອຮັກສາຄວາມສົມດຸນລະຫວ່າງລາຍຮັບກຳມະກອນ ແລະ ຂີດຄວາມສາມາດໃນການຈ່າຍຂອງທຸລະກິດ.

ທ່ານ ຫົວໜ້າກົມຄຸ້ມຄອງແຮງງານ ກ່າວຕື່ມວ່າ: ບາດກ້າວຕໍ່ໄປແມ່ນສະເໜີຜົນການຄົ້ນຄວ້າ ດັ່ງກ່າວຕໍ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເພື່ອພິຈາລະນາຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ.

ແຮງງານຂັ້ນຕໍ່າປັບປຸງຄັ້ງຫຼ້າສຸດ ແມ່ນຢູ່ທີ່ 1,600,000 ກີບ/ເດືອນ (ໂດຍບໍ່ລວມເງິນອຸດໜູນຕ່າງໆ) ເຊິ່ງເລີ່ມປະຕິບັດນັບແຕ່ວັນທີ 1 ຕຸລາ 2023. ຈາກນັ້ນ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ອອກແຈ້ງການປະຕິບັດເງິນອຸດໜູນຄ່າຄອງຊີບໃຫ້ຜູ້ອອກແຮງງານທີ່ມີລາຍໄດ້ຕໍ່າ ຈຳນວນ 9 ແສນກີບຕໍ່ຄົນຕໍ່ເດືອນ ນັບແຕ່ວັນທີ 1 ຕຸລາ 2024 ລວມຄ່າແຮງງານ ຫຼື ເງິນເດືອນຂອງຜູ້ອອກແຮງງານແມ່ນບໍ່ໃຫ້ຕໍ່າກວ່າ 2,500,000 ກີບ.

ທີ່ມາ: ຂ່າວສານແຮງງານ ແລະ ສະຫວັດດີການສັງຄົມ-ຮສສ

Related Articles

Leave a Reply