Vientiane Times Lao
ເຈົ້າແຂວງຈໍາປາສັກ ​ແນະ​ນຳ ຄະນະ​ຄຸ້ມຄອງ​ດ່ານສາ​ກົນໜອງ​ນົກ​ຂຽນ ​ເພີ່ມທະວີການສຶກສາອົບຮົມ ​ດ້ານ​ການເມືອງ​ -​ ແນວຄິດ ໃຫ້ສະມາຊິກ​ພັກ ແລະ ພະນັກງານ​ ມີ​ລະ​ບຽບ​ວິ​ໄນ​ຢ່າງ​ເຄັ່ງ​ຄັດ​ 

ເຈົ້າແຂວງຈໍາປາສັກ ​ແນະ​ນຳ ຄະນະ​ຄຸ້ມຄອງ​ດ່ານສາ​ກົນໜອງ​ນົກ​ຂຽນ ​ເພີ່ມທະວີການສຶກສາອົບຮົມ ​ດ້ານ​ການເມືອງ​ -​ ແນວຄິດ ໃຫ້ສະມາຊິກ​ພັກ ແລະ ພະນັກງານ​ ມີ​ລະ​ບຽບ​ວິ​ໄນ​ຢ່າງ​ເຄັ່ງ​ຄັດ​ 

ທ່ານ ອາລຸນໄຊ​ ສູນນະລາດ​ ເຈົ້າແຂວງຈໍາປາສັກ​ ໄດ້​ແນະ​ນຳໃຫ້ຄະນະພັກ -​ ຄະນະ​ຄຸ້ມຄອງ​ດ່ານສາ​ກົນໜອງ​ນົກ​ຂຽນ ​ ສືບຕໍ່ເພີ່ມທະວີການສຶກສາອົບຮົມ, ການນໍາພາ​ດ້ານ​ການເມືອງ​ -​ ແນວຄິດ​ ເຮັດແບບມີຈຸດສຸມ​ ແລະ​ ມີລະດັບຄາດໝາຍ,​ ສະມາຊິກ​ພັກ–ພະນັກງານ​ ຕ້ອງມີສະຕິ​ເຄົາລົບ​ ແລະ​ ປະຕິບັດຕາມ​ກົດລະບຽບ​ກົດໝາຍ,​ ເປັນເຈົ້າຕົນເອງ,​ ມີລະບຽບວິໄນເຄັ່ງຄັດ,​ ມີສະຕິ​ລະວັງຕົວຕໍ່ກົນອຸບາຍມ້າງເພທໍາລາຍຂອງສັດຕູ. 

ທ່ານ​ເຈົ້າ​ເຂວງ ໄດ້​ໂອ້​ລົມ ແລະ ພົບ​ປະ ​​ການ​ນຳ ແລະ ພະ​ນັກ​ງານ ຂອງ​ດ່ານ ໃນ​ວັນ​ພຸດທີ່​ຜ່ານ​ມາ ໃນ​ໄລ​ຍະ ທ່ານ​ເຈົ້າ​ແຂວງ ພ້ອມ​ດ້ວຍ​ຄະ​ນ​ະ ໄດ້ເຄື່ອນໄຫວພົບປະ, ຢ້ຽມຢາມ ແລະ ຊຸກຍູ້ບັນດາໂຄງການ ການລົງທຶນຢູ່ເມືອງໂຂງ ເຊັ່ນ​ວ່າ: ຢ້ຽມຢາມໂຮງງານປາສະຫວາຍ ແລະ​ ຢ້ຽມຢາມຈຸດພັດທະນາການທ່ອງທ່ຽວຄອນພະເພັງ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດ ກໍ່ຄືການດໍາເນີນກິດຈະການ ໃຫ້ຖືກຕ້ອງສອດຄ່ອງກັບ​ ລະບຽບກົດໝາຍ,​ ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ -​ ສັງຄົມ​ ກໍຄື​ແຂວງຈໍາປາສັກ​, ຈາກນັ້ນ​ກໍ່​ໄດ້ ຢ້ຽມ​ຢາມ​ດ່ານ​ດັ່ງ​ກ່າວ​. 

ໂອກາດ​ນີ້,​ ທ່ານ​ ພັນໂທ​ ບຸນມີ​ ພອນ​ມະນີ​ ຕາງໜ້າຄະນະຄຸ້ມຄອງດ່ານສາກົນໜອງນົກຂຽນ​ ໄດ້ລາຍງານ​ ການຈັດຕັ້ງ​ປະຕິບັດ​ວຽກງານຮອບດ້ານ​ ໃນ​ 6 ເດືອນ​ຕົ້ນປີ​ 2025​ ໂດຍຍົກໃຫ້ເຫັນຈຸດພິເສດທີ່ຕັ້ງ, ໂຄງປະກອບການຈັດຕັ້ງຂອງດ່ານ,​ ວຽກງານກວດກາຄົນເຂົ້າ -​ ອອກ​ເມືອງ,​ ວຽກງານປ້ອງກັນຊາດ -​ ປ້ອງກັນ​ຄວາມ​ສະຫງົບ​ ແລະ ວຽກງານ​ຮ່ວມມືກັບຕ່າງປະເທດ​.​ ສໍາລັບ​ວຽກງານ​ຂະແໜງ​ພາສີ,​ ໃນ​ 6 ເດືອນ​ຕົ້ນປີ​ ສາມາດຈັດເກັບລາຍຮັບເຂົ້າງົບປະມານ ໄດ້​ 4,460 ລ້ານກວ່າກີບ,​ ທຽບໃສ່ແຜນການປີ (10 ຕື້ກີບ)​ ປະຕິບັດ​ໄດ້​ 44.60%. ຄຽງຄູ່ກັບຜົນງານດ້ານດີທີ່ກ່າວມານັ້ນ​ ກໍ່ຍັງມີຂໍ້ຫຍຸ້ງຍາກບາງດ້ານ ທີ່ຢາກໃຫ້ການຈັດຕັ້ງຂັ້ນເທິງຄົ້ນຄວ້າແກ້ໄຂ​ ເປັນຕົ້ນແມ່ນພື້ນຖານໂຄງລ່າງ,​ ອຸປະກອນຮັບໃຊ້ ແລະ​ ສິ່ງເອື້ອອໍານວຍແກ່ການຈັດຕັ້ງປະຕິບັດວຽກງານຂອງຄະນະຄຸ້ມຄອງດ່ານ ຍັງບໍ່ທັນພຽງພໍ,​ ສິ່ງທີ່ມີແລ້ວ​ ກໍ່ບໍ່ທັນສະໄໝ​ ແລະ​ ມີຂໍ້ຈໍາກັດຫຼາຍຢ່າງ.​ 

ທ່ານ ອາລຸນໄຊ ຍັງ​ໄດ້​ແນະ​ນຳ​ໃຫ້ ຄະ​ນະ​ຄຸ້ມ​ຄອງ​ດ່ານ ຈັດຕັ້ງ​ການຝຶກອົບຮົມດ້ານວິຊາການ,​ ແບບແຜນ​ວິທີ​ເຮັດວຽກ​ໃຫ້ພະນັກງານວິຊາການພາຍໃນດ່ານ, ເອົາໃຈໃສ່​ການພົວພັນປະສານງານກັບດ່ານສາກົນຕ່າງໆ ແລະ​ ຄະນະ​ພັກ​ -​ ຄະນະ​ກໍາມະ​ການປົກຄອງ​ທ້ອງຖິ່ນ​ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານມີຄວາມສະດວກສະບາຍ, ຍົກລະດັບການຄຸ້ມຄອງ ແລະ​ ພັດທະນາ​ດ່ານ​ ພ້ອມດ້ວຍສິ່ງເອື້ອອໍານວຍຄວາມສະດວກ, ສົມທົບ​ ລະຫວ່າງ​ ດ່ານ​ ກັບ​ ພະແນກການ​ກົມກອງ​ທີ່​ກ່ຽວຂ້ອງ​ ໃນການເກັບກໍາຂໍ້ມູນການນໍາເຂົ້າ​ -​ ສົ່ງອອກສິນຄ້າ ເພື່ອຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າພາຍໃນ ເພື່ອສົ່ງອອກ,​ ການພັດທະນາ​ດ້ານການທ່ອງທ່ຽວ,​ ການຫັນເປັນທັນສະໄໝ ແລະ​ ຄຸ້ມຄອງ​ສິນຄ້າ​ນໍາເຂົ້າ​ -​ ສົ່ງອອກ, ສິນຄ້າຜ່ານແດນ ໃຫ້ມີຄວາມ​ປອດໄພ​ ເພື່ອເຮັດໃຫ້ຊາຍແດນ​ ເປັນຊາຍແດນທີ່ມີຄວາມສະຫງົບ,​ ເປັນຊາຍແດນມິດຕະພາບ​ ແລະ​ ເປັນຊາຍແດນແຫ່ງການພັດທະນາ.

   * ຂ່າວ​-ພາບ​: ທູນທອງໃຈ​ *​

Related Articles

Leave a Reply