ຄະນະນຳແຂວງອັດຕະປືສຳ ເລັດການຢ້ຽມຢາມ ແລະ ອວຍ ພອນ ຄະນະນໍາແຂວງກອນ ຕູມ-ແຂວງຢາລາຍ ແຫ່ງ ສສ ຫວຽດນາມ ໃນລະຫ່ວາງວັນທີ 14-15 ມັງກອນ 2020 ທີ່ຫ້ອງ ວ່າການປົກຄອງແຂວງຢາລາຍ ເນື່ອງໃນໂອກາດສະເຫຼີມສະຫຼອງປີໃໝ່ຫວຽດນາມປະຈຳປີ 2020 ເຊິ່ງນໍາໂດຍ ທ່ານ ເລັດ ໄຊຍະພອນ ເລຂາພັກແຂວງ ເຈົ້າແຂວງອັດຕະປື ພ້ອມຄະນະ ໂດຍການຕ້ອນຮັບຂອງຄະນະນໍາສອງແຂວງແຫ່ງ ສສ ຫວຽດ ນາມ.
ໃນໂອກາດທີ່ໄດ້ຢ້ຽມຢາມຄັ້ງນີ້ ທ່ານ ເລັດ ໄຊຍະພອນ ຕາງໜ້າ ໃຫ້ຄະນະນຳ ແຂວງອັດຕະປື ສະແດງຄວາມຮູ້ສຶກພາກພູມໃຈ ແລະ ອວຍພອນມາຍັງຄະນະນຳ ກໍ່ຄືອໍານາດການປົກຄອງ ແຂວງ ກອນຕູມ-ແຂວງຢາລາຍ ຈົ່ງມີ ຄວາມຜາສຸກ ຊີ້ນຳ-ນຳພາແຂວງ ຂອງຕົນຍາດໄດ້ໄຊຊະນະໃໝ່ ແລະກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ພ້ອມນັ້ນ ຄະນະນໍາແຂວງ ແຂວງອັດຕະປື ແລະ ແຂວງ ຢາລາຍ ກໍ່ໄດ້ລາຍງານສະພາບ ຜົນສຳເລັດ ໃນການຈັດຕັ້ງປະບັດ ວຽກງານໃນປີ 2019 ຜ່ານມາ ໃຫ້ກັນຊາບ ແລະ ພ້ອມກັນສືບຕໍ່ເພີ່ມທະວີສາຍພົວພັນຮ່ວມມື ແບບພິເສດທີ່ມີມາແລ້ວນັ້ນ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ໂດຍສະເພາະໃນພາລະກິດປົກປັກ ຮັກສາ ແລະ ພັດທະນປະເທດ ຊາດ ໂດຍຖືເອົາຄວາມສະຫງົບ, ສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບ ທາງສັງຄົມ ແລະ ການພັດທະນາ ເສດຖະກິດ-ສັງຄົມໃຫ້ນັບມື້ນັບ ເຂັ້ມແຂງຂຶ້ນ ແລະ ນຳໝາກຜົນ ມາສູ່ປະຊາຊົນທັງສອງແຂວງຢ່າງແທ້ຈິງ ແລະ ໃນວັນດຽວກັນນີ້ ທ່ານ ເລັດ ໄຊຍະພອນ ພ້ອມ ດ້ວຍຄະນະນໍາຂອງແຂວງອັດຕະປື ກໍ່ໄດ້ສືບຕໍ່ຢ້ຽມຢາມ ແລະ ອວຍພອນ ບັນດາບໍລິສັດ ຫົວໜ່ວຍທຸກິດ ທີ່ໄດ້ເຄື່ອນໄຫວ ແລະ ລົງທຶນຢູ່ແຂວງອັດຕະປື ເປັນຕົ້ນແມ່ນ ບໍລິສັດຮວງ ແອັງຢາລາຍ ແລະ ບໍລິສັດ ລາວວັນເລີ້ຍຕື່ມອີກ.
ຂ່າວ: ວຽງຈັນທາຍ
ພາບ: ສື່ມສນຊົນແຂວງອັດຕະປີ