Vientiane Times Lao
ເຈົ້າແຂວງເຊກອງ ຮຽກຮ້ອງໃຫ້ສືບຕໍ່ໂຄສະນາປຸກລະດົມ ລົງເລິກເຂດຊຸມຊົນ ເພື່ອກຽມຄວາມພ້ອມຮອບດ້ານ ຕ້ານພະຍາດໂຄວິດ-19

ເຈົ້າແຂວງເຊກອງ ຮຽກຮ້ອງໃຫ້ສືບຕໍ່ໂຄສະນາປຸກລະດົມ ລົງເລິກເຂດຊຸມຊົນ ເພື່ອກຽມຄວາມພ້ອມຮອບດ້ານ ຕ້ານພະຍາດໂຄວິດ-19

ທ່ານ ເຫລັກໄຫລ ສີິວິໄລ ເຈົ້າແຂວງເຊກອງ ໄດ້ຮຽກຮ້ອງຫຼາຍບັນຫາ ເພື່ອເພີ່ມທະວີມາດຕະການສະກັດກັ້ນ,ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ-19 ໃນກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19 ຂອງຄະນະສະເພາະກິດຂັ້ນແຂວງ ເມື່ອບໍ່ດົນມານີ້ ທີ່ ຫ້ອງວ່າການແຂວງ.

ໂດຍສະເພາະ ທ່ານ ເຫລັກໄຫລ ສີິວິໄລ ຮຽກຮ້ອງໃຫ້ຄະນະພັກທຸກຂັ້ນ ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດ, ໂຄສະນາປຸກລະດົມ, ຊຸກຍູ້ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ປະຊາຊົນ ແລະ ທຸກຊັ້ນຄົນໃນສັງຄົມສືບຕໍ່ປະຕິບັດຕາມທິດຊີ້ນໍາຂອງກົມການເມືອງທີ່ວ່າ: ຖືເອົາການຕ້ານ, ສະກັດກັ້ນ, ຄວບຄຸມ ແລະປ້ອງກັນພະຍາດໂຄວິດ-19 ເປັນໜ້າທີ່ຍຸດທະສາດສໍາຄັນ ແລະຮີບດ່ວນໃນການນໍາພາ-ຊີ້ນໍາ ເພື່ອຮັບປະກັນໃຫ້ແຂວງເຊກອງ ສາມາດຄວບຄຸມການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.

ພ້ອມກັນນັ້ນ ທ່ານເຈົ້າແຂວງ ຍັງຮຽກຮ້ອງໃຫ້ເພີ່ມທະວີຄຸ້ມຄອງຄົນເຂົ້າ-ອອກແຂວງຢ່າງເຂັ້ມງວດໃຫ້ປະຕິບັດຕາມລະບຽບຫຼັກການທີ່ໄດ້ກໍານົດໄວ້, ສືບຕໍ່ໂຄສະນາປຸກລະດົມຢ່າງກວ້າງຂວາງ ລົງເລິກເຂດຊຸມຊົນ , ປັບປຸງໃຫ້ມີປ້າຍໂຄສະນາຊວນເຊື່ອ ແລະ ເສບຂ່າວທາງການ, ເປັນເຈົ້າການກວດຫາເຊື້ອໃນກຸ່ມສ່ຽງ, ກວດກາ ແລະ ປັບປຸງສິ່ງອໍານວຍຄວາມສະດວກຢູ່ສູນຈຳກັດບໍລິເວນ, ອອກແຮງໂຄສະນາປຸກລະດົມການສັກວັກຊິນໃຫ້ຫຼາຍຂຶ້ນ ພ້ອມທັງ ປັບປຸງແບບແຜນວິທີເຮັດວຽກຂອງຄະນະສະເພາະກິດແຕ່ລະຂັ້ນ ຕື່ມອີກ.

ຂໍ້ມູນ: ຂ່າວເຊກອງ

Related Articles

Leave a Reply