ໃນຂໍ້ຫາຂົນສົ່ງຢາເສບຕິດ
ເມື່ອມໍ່ໆມານີ້, ເຈົ້າໜ້າທີ່ວິຊາສະເພາະໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ໄດ້ກັກຕົວຜົວເມຍ ເປັນ ປະຊາຊົນບ້ານຊຽງຄວນ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ພ້ອມຍຶດຢາບ້າ 1.280.000 ເມັດ, ຄໍລາເຈັນປະສົມສານເສບຕິດ 38 ຊອງ ແລະ ຢາສູບໄຟຟ້າ 365 ຫຼອດ ຢູໃນລົດເກັງໝາຍເລກທະບຽນ ກຮ 9777 ນະຄອນຫຼວງວຽງຈັນ ທີ່ຈອດຢູ່ເຮືອນຂອງພວກກ່ຽວ, ພ້ອມນຳກັກຕົວພວກຮ່ວມຂະບວນການ ໄດ້ອີກ 4 ຄົນ.
ຜ່ານການສືບສວນ-ສອບສວນຜູ້ຖືກຫາ ທ.ໂຕໂລນີ ໄດ້ສາລະພາບວ່າ: ຢາເສບຕິດທີ່ເຈົ້າໜ້າທີ່ກວດພົບແມ່ນກຳລັງຈະຂົນສົ່ງໄປຍັງປະເທດເພື່ອນບ້ານ, ກ່ອນຈະເລີ່ມຂົນສົ່ງຢາເສບຕິດ ຄື ຕົ້ນເດືອນມິຖຸນາ 2025 ມີຊາຍຄົນໜຶ່ງຊັກຊວນໃຫ້ຂົນຢາໄປສົ່ງທີ່ປະເທດເພື່ອນບ້ານ ໂດຍໃຊ້ເຮືອນຂອງຕົນເປັນຈຸດພັກຢາ ໂດຍໄດ້ຮັບຄ່າຈ້າງຄັ້ງລະ 2.000 ບາດ, ຕົນຈຶ່ງໄດ້ຕອບຕົກລົງ ແລະ ໄດ້ຮ່ວມກັນເອົາຢາຂ້າມໄປປະເທດເພື່ອນບ້ານຫຼາຍຄັ້ງ.
ຄັ້ງຫຼ້າສຸດແມ່ນເວລາ 14 ໂມງຂອງວັນທີ 5 ສິງຫາ 2025 ໄດ້ຕົກລົງຈະຂົນສົ່ງຢາເສບຕິດ ຂ້າມໄປປະເທດເພື່ອນບ້ານອີກ, ພໍຮອດເວລາ 23 ໂມງຂອງວັນດຽວກັນ ມີຊາຍສອງຄົນບໍ່ຊາບຊື່ ຂັບລົດເກັງ ກຮ 9777 ນະຄອນຫຼວງວຽງຈັນ ມາເຮຶອນຂອງຕົນ ເພື່ອລໍຖ້າຮອດໂມງຂົນຢາ, ຈົນຮອດວັນທີ 6 ສິງຫາ ເວລາປະມານ 3 ໂມງ ພວກກ່ຽວຈຶ່ງຖືກເຈົ້າໜ້າທີ່ກັກຕົວ, ສ່ວນອີກເປົ້າໝາຍຈຳນວນໜຶ່ງທີ່ຢູ່ຮ່ວມກັນ ແມ່ນໄດ້ເອົາຕົວຫຼົບໜີ, ຜ່ານການສືບສວນ 2 ຜົວເມຍດັ່ງກ່າວ ຈຶ່ງສາມາດສືບສວນຫາພວກຮ່ວມຂະບວນການໄດ້ຕື່ມອີກ 4 ຄົນ ຄື ທ້າວກິດສະຕັນ ປະຊາຊົນ ບ້ານໂຄກຊາຍ, ທ້າວ ກັນຍາ ຫຼື ແຊມ ປະຊາຊົນບ້ານທ່າເດື່ອ, ທ້າວ ອາງຸ່ນ ແລະ ທ້າວ ທະວີໄຊ ຫຼື ກ໊ອບ ຢູ່ບ້ານສີຖານໃຕ້, ທັງ 4 ຄົນ ແມ່ນຢູ່ ເມືອງຫາດຊາຍ
ທີ່ມາ: ຄວາມສະຫງົບ