ໃນມື້ວານນີ້, ເຈົ້າໜ້າທີ່ພາສີ ພະແນກ ສືບສວນ-ສອບສວນ ແລະ ປາບປາມການຄ້າຂາຍເຖື່ອນ, ເຈົ້າໜ້າທີ່ພາສີປະຈຳດ່ານພາສີສາກົນສະໜາມບິນວັດໄຕ, ເຈົ້າໜ້າທີ່ ຕຳຫຼວດກວດຄົນເຂົ້າ-ອອກເມືອງ ແລະ ພາກສ່ວນເອັກສະເລຂອງສະໜາມບິນວັດໄຕອາຄານສາກົນ ໄດ້ ກວດກາ ກະເປົາເດີນທາງ ຂອງຊາຍສັນຊາດ ອາຟຣິກກາໃຕ້, ອາຍຸ 35 ປີ ທີ່ສົງໃສວ່າມີສານເສບຕິດຊຶ່ງຜ່ານການ ກວດກາພົບເຫັນ ຢາເສບຕິດ ປະເພດ (ເຮໂຣອິນ) ນໍ້າໜັກ 05 ກິໂລ ໄດ້ຊຸກເຊື່ອງໃສ່ໃນຂາເປນອນ ທີ່ຈະເດີນທາງອອກໄປ ປະເທດມາດາກາສະກາ.
ດັ່ງນັ້ນ, ເຈົ້າໜ້າທີ່ພາສີ ຈຶ່ງໄດ້ສືບສວນ-ສອບສວນ ເອົາຄໍາໃຫ້ ການເບື້ອງຕົ້ນພ້ອມເຮັດບົດບັນທຶກຢຶດຂອງກາງ ແລ້ວສົ່ງມອບຄະດີດັ່ງກ່າວ ຂອງກາງພ້ອມຜູ້ຖືກຫາ ມອບໃຫ້ເຈົ້າໜ້າທີ່ຕໍາຫຼວດກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ (303) ເພື່ອນໍາໄປດໍາເນີນຄະດີຕາມຂະບວນການຍຸຕິທໍາຂັ້ນຕໍ່ໄປ.
ທີ່ມາ: ກະຊວງການເງິນ