ຈາກຫາງສຽງສັງຄົມ ທີ່ວ່າ: ຕໍາຫລວດຈາລະຈອນເລີ່ມປັບໃໝ 20 ເທົ່າແລ້ວ ຖ້າພົບເຫັນເຈົ້າຂອງພາຫະນະປະເພດລົດຈັກ ແລະ ລົດໃຫ່ຍທຸກປະເພດທີ່ບໍ່ໄປເສຍຄ່າທໍານຽມທາງນັບແຕ່ເດືອນກໍລະກົດນີ້ເປັນຕົ້ນໄປ.
ຫຼ້າສຸດ ທາງພະແນກຈາລະຈອນນະຄອນຫລວງໄດ້ອອກມາຊີ້ແຈງວ່າ: ເລື່ອງເລີ່ມປັບໃໝ 20 ເທົ່າບໍ່ມີມູນຄວາມຈິງ, ເພາະການປັບໃໝເສຍຄ່າທໍານຽມທາງແມ່ນທາງທະນາຄານເທົ່ານັ້ນທີ່ສາມາດປັບໃໝໄດ້.
ທ່ານ ພັນໂທ ເພັງສະຫວັນ ທຳມາບູນ ຫົວໜ້າພະແນກ ຕຳຫລວດຈະລາຈອນນະຄອນຫລວງ ໄດ້ກ່າວຕໍ່ທິມງານວຽງຈັນທາຍມື້ເຊົ້ານີ້ວ່າ: ກໍລະນີມີການຕັ້ງດ່ານກວດຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ໂດຍສະເພາະການກວດກາຍານພາຫະນະຕ່າງໆຕາມທ້ອງຖະໜົນ, ຖ້າຫາກວ່າລົດຄັນໃດບໍ່ໄດ້ເສຍຄ່າທາງໃນປີ 2019, ເຈົ້າໜ້າທີ່ຈະຂຽນໃບສັ່ງໃຫ້ຜູ້ຂັບຂີ່ລົດ ຫຼື ເຈົ້າຂອງລົດຄັນດັ່ງກ່າວໃຫ້ໄປເສຍຄ່າທາງຢູ່ທະນາຄານ ແລະ ເຈົ້າໜ້າທີ່ຈະກັກເອກກະສານໃດໜຶ່ງໄວ້ ເຊັ່ນ: ໃບຂັບຂີ່ ຫຼື ເອກກະສານລົດໄວ້. ຖ້າຫາກເຈົ້າຂອງລົດໄປເສຍຄ່າທໍານຽມທາງຕາມການຂຽນໃບສັ່ງຂອງເຈົ້າໜ້າທີ່ ແລ້ວ ເຈົ້າຂອງລົດນັ້ນໆສາມາດນໍາເອົາໃບບິນເສຍຄ່າທາງມາຢັ້ງຢືນເອົາເອກກະສານທີ່ກັກໄວ້ນໍາເຈົ້າໜ້າທີ່ໂດຍກົງເລີຍ ແລະ ຈະບໍ່ມີການປັບໃໝເປັນເທື່ອທີສອງ.
ທ່ານ ພັນໂທ ເພັງສະຫວັນໄດ້ກ່າວຕື່ມອີກວ່າ: ສ່ວນວ່າເຈົ້າໜ້າທີ່ມີສິດປັບໃໝນັ້ນແມ່ນຜູ້ຂັບຂີ່ ຫຼື ເຈົ້າຂອງພາຫະນະເຮັດບໍ່ຖືກລະບຽບເທົ່ານັ້ນເຊັ່ນ: ບໍ່ມີເອກກະສານລົດ ຫຼື ໝົດອາຍຸ, ບໍ່ມີໃບຂັບຂີ່ ຫຼື ໝົດອາຍຸ, ບໍ່ມີໃບເຕັກນິກ ຫຼື ໝົດອາຍຸ ນອກນັ້ນຍັງເຮັດຜິດກົດລະບຽບຈາລະຈອນເຊັ່ນ: ຈອດລົດບ່ອນຕ້ອງຫ້າມ, ແລ່ນໄວເກີນກໍານົດໃນເຂດທີ່ຫ້າມ, ລ້ຽວບ່ອນຫ້າມລ້ຽວ ແລະ ອື່ນໆ.
ຂ່າວ: ວຽງຈັນທາຍ


