ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫຼວງວຽງຈັນ ໄດ້ອອກມາເຕືອນປະຊາຊົນຫວ່າງບໍ່ດົນມານີ້ວ່າ ໃຫ້ເອົາໃຈໃສ່ໃນການປ້ອງກັນອັກຄີໄພທີ່ມີໂອ ກາດເກີດໄດ້ງ່າຍໃນໄລຍະລະດູແລ້ງທີ່ຈະມາເຖິງນີ້.
ທ່ານ ພັນໂທ ຈັນທະບຸນ ມະນີວົງ ຮອງຫົວໜ້າຫ້ອງຕຳຫຼວດ ນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ສື່ມວນຊົນວ່າ: ເຈົ້າໜ້າທີ່ຈະເຮັດ ວຽກຢ່າງໃກ້ຊິດກັບບັນດາອົງການປົກຄອງທ້ອງຖິ່ນໃນ 9 ຕົວເມືອງຢູ່ພາຍໃນນະຄອນຫຼວງ ວຽງຈັນນີ້ ເພື່ອໂຄສະນາອະທິບາຍໃຫ້ປະຊາຊົນ ເຂົ້າໃຈຕື່ມໃນການປ້ອງກັນຊີວິດ ແລະ ຊັບສິນຂອງຕົນຈາກອັກຄີໄພ.
ທ່ານໄດ້ອະທິບາຍຕື່ມວ່າ ເຈົ້າໜ້າທີ່ຈະລົງ ໄປໂຄສະນາກ່ຽວກັບການປ້ອງກັນອັກຄີໄພໃຫ້ ບັນດາກຸ່ມສ່ຽງ ແລະ ແນະນຳປະຊາຊົນໃຫ້ ລະມັດລະວັງເວລາຈູດປ່າ ຫຼືຈູດຂີ້ເຫຍືອຊະຊາຍ ເວລາຈູດແລ້ວຕ້ອງເຝົ້າລະວັງບໍ່ໃຫ້ໄຟສາມາດ ລຸກລາມໄປໄໝ້ບ່ອນອື່ນໆໄດ້.
ທຸກຄັ້ງທີ່ມີເຫດການໄຟໄໝ້ນັ້ນ, ທາງເຈົ້າໜ້າທີ່ ສະກັດກັ້ນ ແລະ ຕ້ານອັກຄີໄພນະຄອນຫຼວງ ວຽງຈັນ ໄດ້ເຮັດວຽກໃກ້ຊິດກັບບັນດາອາສາ ສະໝັກກູ້ໄພເພື່ອເຂົ້າໄປແກ້ໄຂສະຖານະການ ຢ່າງຮີບດ່ວນ ບໍ່ໃຫ້ຕົ້ນເພີງລຸກລາມໄໝ້ໄປບ່ອນ ອື່ນໄດ້. ປະຈຸບັນເຈົ້າໜ້າທີ່ດັ່ງກ່າວມີອຸບປະກອນ ແລະ ຍານພາຫະນະ ພຽງພໍທີ່ຈະຄວບຄຸມເພີງ ໄວ້ໄດ້.
ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫຼວງວຽງຈັນໄດ້ລາຍງານຕື່ມອີກວ່າ ໃນປີ 2019 ມີເຫດການໄຟໄໝ້ເກີດຂຶ້ນຢູ່ ນະຄອນຫຼວງວຽງຈັນ 80 ຄັ້ງ ເສຍຫາຍທັງໝົດ 12 ຕື້ກວ່າກີບ. ສາເຫດແມ່ນເກີດຈາກຫລາຍສາເຫດເຊັ່ນ: ການລອບວາງເພີງ, ຈູດປ່າ, ໄຕ້ທູບໄຕ້ທຽນບູຊາ, ແຕ່ງຢູ່ຄົວກິນ ແລະ ອື່ນໆ.
ຂ່າວ: ວຽງຈັນທາຍ
ພາບ: ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623