ເຈົ້າໜ້າທີ່ຫ້ອງການທີ່ກ່ຽວຂ້ອງ ຂອງນະຄອນ ຫຼວງພະບາງ ແຂວງຫຼວງພະບາງໄດ້ລົງຈັດສັນຄວາມເປັນລະບຽບ ພາຍໃນເທສະບານ ນະຄອນ ຫຼວງພະບາງ ໃນວັນທີ 16 ສິງຫາ 2025 ທີ່ຜ່ານມາ ເພື່ອສ້າງຂະບວນການຕ້ອນຮັບ ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ແຂວງຫຼວງພະບາງ ຄັ້ງທີ IX ທັງເຮັດໃຫ້ເທສະບານນະຄອນ ຫຼວງພະບາງ ເປັນເມືອງທີ່ໜ້າຢູ່ໜ້າທ່ຽວຊົມ ເພື່ອດຶງດູດນັກນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ.
ການກວດກາ ແລະ ຈັດສັນຄວາມເປັນລະບຽບ-ຮຽບຮ້ອຍໃນຄັ້ງນີ້ ໄດ້ກວດກາບັນດາຮ້ານຂາຍເຄື່ອງ, ຮ້ານອາຫານ, ການຕິດປ້າຍໂຄສະນາ ໃຫ້ເຂົ້າສູ່ລະບຽບການ, ຜ່ານການລົງກວດກາຕົວຈິງ ສາມາດພົບເຫັນ ບັນດາພໍ່ຄ້າ-ແມ່ຄ້າ ຂາຍເຄື່ອງບໍ່ຖືກຕ້ອງ ເປັນຕົ້ນ ຂາຍເຄື່ອງຕາມທາງຍ່າງ, ຕໍ່ເຕີມຮ້ານ, ເຕີມເທີບກວມເອົາບ່າທາງເປັນຈຳນວນຫຼາຍ, ຈຳນວນໜຶ່ງຕິດຕັ້ງປ້າຍໂຄສະນາບໍ່ຖືກຕ້ອງ ຕາມລະບຽບ ເຊັ່ນ: ປ້າຍໂຄສະນາບໍ່ມີພາສາລາວ, ຊື່ຂອງຮ້ານອາຫານ-ຮ້ານກິນດື່ມ ບໍ່ເໝາະສົມ, ການຈອດລົດ ບໍ່ຖືກລະບຽບຂອງການສັນຈອນ, ການຈັດວາງກະຕ່າຂີ້ເຫຍື້ອບໍ່ຖືກຈຸດ ແລະ ບໍ່ຖືກຕາມກຳນົດວັນ-ເວລາ, ການກໍ່ສ້າງເຄຫາສະຖານ ເຮັດໃຫ້ພົບຄວາມຫຍຸ້ງຍາກ ໃນການສັນຈອນຂອງຜູ້ໃຊ້ລົດໃຊ້ຖະໜົນ ແລະ ອື່ນໆ.
ຕໍ່ກັບບັນຫາດັ່ງກ່າວ, ຄະນະຮັບຜິດຊອບໄດ້ກ່າວເຕືອນ, ສຶກສາອົບຮົມ ບັນດາເຈົ້າຂອງກິດຈະການທີ່ລະເມີດລະບຽບ, ພ້ອມທັງມອບໃຫ້ອົງການຈັດຕັ້ງບ້ານ ເປັນຜູ້ຕິດຕາມກວດກາຊ່ວຍ. ສ່ວນປ້າຍໂຄສະນາທີ່ບໍ່ຖືກລະບຽບຫຼັກການ ໄດ້ຢຶດ ແລະ ມ້າງອອກ ພ້ອມທັງບັນທຶກເປັນລາຍລັກອັກສອນກ່າວເຕືອນ ທັງມອບຄວາມຮັບຜິດຊອບ ໃຫ້ເຈົ້າຂອງກິດຈະການ ໝັ່ນທຳຄວາມສະອາດ ຂອບເຂດຄວາມຮັບຜິດຊອບຂອງຕົນເອງ ແລະ ປະດັບປະດາທຸງທິວ, ທຸງຊາດ, ທຸງພັກ ເພື່ອກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ທີ່ຈະໄຂຂຶ້ນໃນມໍ່ໆນີ້.
ທີ່ມາ: ທອງດາ ທີບ