Vientiane Times Lao
ເຈົ້າໜ້າທີ່ 200 ກວ່າຄົນພ້ອມ ເຮັດວຽກ 24 ຊົ່ວໂມງເພື່ອຕ້ານອຸປະ ຕິເຫດຕາມທ້ອງຖະໜົນປີໃໝ່ສາກົນ

ເຈົ້າໜ້າທີ່ 200 ກວ່າຄົນພ້ອມ ເຮັດວຽກ 24 ຊົ່ວໂມງເພື່ອຕ້ານອຸປະ ຕິເຫດຕາມທ້ອງຖະໜົນປີໃໝ່ສາກົນ

ເຈົ້າໜ້າຕຳຫຼວດຈະລາຈອນນະຄອນ ຫຼວງ ຫຼາຍກວ່າ 200 ຄົນ ຈະໄດ້ເຮັດ ວຽກ 24 ຊົ່ວໂມງໃນໄລຍະສະເຫຼີມສະຫຼອງ ປີໃໝ່ ສາກົນ 2020 ຫວັງເຮັດໃຫ້ ການສັນຈອນມີຄວາມສະຫງົບ ແລະ ປອດໄພ.

ທ່ານ ພັນໂທ ສັງຄົມ ພົມມະລາດ ຮອງຫົວຫນ້າພະແນກ ຕໍາຫຼວດຈະລາຈອນນະຄອນຫຼວງໄດ້ກ່າວໃນຕອນ ບ່າຍຂອງມື້ນີ້ວັນທີ 24 ທັນວາ 2019 ນີ້ວ່າ ຈະວາງກຳລັງຕຳຫຼວດຈະລາຈອນ ປະມານ 225 ຄົນ ເຂົ້າໃນວຽກ ງານໃຫ້ຄຳແນະນຳຫຼັກການຂັບຂີ່ປອດໄພ, ວຽກງານລະບາຍການສັນຈອນ ໃຫ້ກັບຜູ້ໃຊ້ລົດໃຊ້ຖະໜົນ ແລະ ວຽກງານ ບັງຄັບໃຊ້ກົດໝາຍ.

ພັນໂທ ສັງຄົມ ໄດ້ອະທິບາຍວ່າ ການບັງຄັບໃຊ້ກົດໝາຍແມ່ນການຈັດຕັ້ງຈຸດກວດທາດເຫຼົ້າ ແລະ ຄວບຄຸມ ຄວາມໄວ ຕະຫຼອດ 24 ຊົ່ວໂມງ ແຕ່ຈະເນັ້ນໜັກໃນຕອນກາງຄືນ ເພາະອຸປະຕິເຫດເກີດຂຶ້ນຫຼາຍໃນ ຕອນຄ່ຳ. ການຕັ້ງຈຸດກວດຈະມີທັງໝົດ 10 ຈຸດໃນທົ່ວນະຄອນຫຼວງ, ສະນັ້ນ ຮຽກຮ້ອງໃຫ້ບັນດານັກຂັບຂີ່ປະຕິບັດກົດລະບຽບຈະລາຈອນຢ່າງເຄັ່ງຄັດ ພ້ອມທັງປະຕິບັດຕາມແຈ້ງການຂອງ ກອງບັນຊາການປ້ອງກັນຄວາມສະ ຫງົບນະຄອນຫຼວງ ໃນການສະຫຼອງ ປີໃໝ່ສາກົນປີນີ້.

ອັນນີ້ກໍ່ບໍ່ແມ່ນໃຫ້ແຕ່ເຈົ້າໜ້າທີ່ຝ່າຍ ດຽວທີ່ຈະເຮັດວຽກ ຜູ້ຂັບຂີ່ກໍ່ຕ້ອງ ປະຕິບັດລະບຽບຈະລາຈອນ, ສຳຄັນທີ່ສຸດກໍ່ແມ່ນໂຕຜູ້ຂັບຂີ່ເອງທີ່ ຈະມີຄວາມປອດໄພຕໍ່ຊີວິດ ແລະ ຊັບສິນຂອງຕົນ ພ້ອມທັງສ້າງຄວາມ ສຸກໃນການສະຫຼອງປີໃໝ່ອີກດ້ວຍ.

ການປະຕິບັດວຽກງານຂອງເຈົ້າໜ້າທີ່ໄດ້ເລີ່ມມາແຕ່ມື້ວານນີ້ ຈົນຮອດ ວັນທີ່ 02 ມັງກອນ 2020.

ຂ່າວ: ວຽງຈັນທາຍ

ພາບ: ໝວ່ຍກູ້ໄພ 1623

Related Articles

Leave a Reply