ຄວາມແອອັດຂອງການສັນຈອນໃນໄລຍະບຸນນະມັດສະການພະທາດຫຼວງບໍ່ແມ່ນບັນຫາທີ່ຫາກໍ່ ເກີດຂຶ້ນໃນປີນີ້, ທາງການຈັດຕັ້ງຂັ້້ນທ້ອງຖິ່ນ, ເມືອງ ແລະ ນະຄອນຫຼວງເອງ ໄດ້ຊອກຫາທຸກ ວິທີທາງ ເພື່ອຈະແກ້ໄຂ ແຕ່ໃນທີ່ສຸດຜູ້ຂັບ ຂີ່ກໍ່ຍັງພົບພໍ້ເຫດການດັ່ງກ່າວ.
ເຈົ້້າໜ້າທີ່ຕຳຫຼວດຈະລາຈອນນະຄອນຫຼວງໄດ້ ໃຫ້ສຳພາດໃນຕອນເຊົ້້າທີ່ຜ່ານມາ 06 ພະຈິກ 2019 ວ່າ ທາງເຈົ້າໜ້າທີ່ໄດ້ວາງກຳລັງ 350 ຄົນປະຈຳ 80 ຈຸດ ໃນບໍລິເວນງານບຸນນະມັດ ສະການພະທາດຫຼວງ ປີ 2019 ພ້ອມທັງແຕ່ງຕັ້ງ ໃຫ້ມີເຈົ້າໜ້າທີ່ປະຈຳຢູ່ແຕ່ລະ ປ້ອມຍາມທົ່ວນະ ຄອນຫຼວງວຽງຈັນ.
ໂຕເລກດັ່ງກ່າວຖືວ່າສູງກວ່າແຕ່ລະປີທີ່ຜ່ານມາ, ອັນນັ້ນກໍ່ໝາຍຄວາມວ່າ ການລະບາຍການ ສັນຈອນຂອງເຈົ້າໜ້າທີ່ ຖືວ່າເປັນວຽກໜັກພໍ ສົມຄວນໃນແຕ່ລະປີ ໂດຍສະເພາະປີນີ້ ມີການວາງກຳລັງຫຼາຍກວ່າທຸກປີ ເພື່ອປະຕິບັດໜ້າທີ່ ນັບແຕ່ ວັນທີ 05-11 ພະຈິກ.
ທ່ານ ພັນໂທ ເພັງສະຫວັນ ທຳມາບູນ ຫົວ ໜ້າພະແນກຕຳຫຼວດຈະລາຈອນນະຄອນຫຼວງ ໄດ້ກ່າວວ່າ ຖ້າຜູ້ຂັບຂີ່ເປັນເຈົ້້າການໃນການ ປະຕິບັດຕາມ ແຈ້ງການ ຂອງຫົວໜ້າກອງບັນຊາການປ້ອງຄວາມສະຫງົບນະຄອນຫຼວງວຽງຈັນ ກໍ່ຈະຫຼຸດຜ່ອນ ຄວາມແອອັດຂອງການສັນຈອນໃນງານບຸນ ປະເພດນີຕ່າງໆທີ່ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ.
ຂ່າວ: ວຽງຈັນທາຍ
ພາບ: ພູນຊັບ