Vientiane Times Lao
ເຊກອງ ອາດຈະໄດ້ໃຊ້ໄຟຟ້າທີ່ພະລິດຈາກພະລັງຄວາມຮ້ອນໃນອະນາຄົດ

ເຊກອງ ອາດຈະໄດ້ໃຊ້ໄຟຟ້າທີ່ພະລິດຈາກພະລັງຄວາມຮ້ອນໃນອະນາຄົດ

ບໍ­ລິ­ສັດຄູນ​ມີ​ໄຊ​ກໍ່­ສ້າງ ແລະ ສ້ອມ­ແປງ​ຂົວທາງ (KMX) ປະເທດລາວ ແລະ ບໍ­ລິ­ສັດລົງ­ທຶນ​ພະ­ລັງ­ງານ​ເອ​ໂວ​ລູ​ຊັ່ນ (EPIC) ປະ­ເທດ​ສິງ­ກະ­ໂປ ສົນໃຈລົງທຶນສ້າງໂຮງ­ງານ​ຜະ­ລິດ​ໄຟ­ຟ້າ ​ພະ­ລັງ​ຄວາມ​ຮ້ອນຈາກຖ່ານຫີນ ທີ່ສາມາດຜະລິດໄຟຟ້າໄດ້ຂະ­ໜາດ 1.000 ເມ​ກາ​ວັດ ຢູ່​ ເມືອງ​ດາກ​ຈຶງ ແຂວງ​ເຊ​ກອງ ເພື່ອສົ່ງ​ອອກ​ໄປ​ປະ­ເທດ​ໄທ, ຫວຽດ­ນາມ, ກໍາ­ປູ­ເຈຍ ແລະ ສະ­ໜອງ​ໃຫ້​ພາຍ​ໃນ.

ປັດຈຸບັນນີ້ ສອງບໍລິສັດດັ່ງກ່າວໄດ້ຮ່ວມມືກັນໃນການ​ສຶກ​ສາ​ຄວາມ​ເປັນ​ໄປ ໂດຍສະເພາະ​ດ້ານ​ເສດ­ຖະ­ກິດ-ສັງ­ຄົມ ແລະ ສິ່ງ­ແວ­ດລ້ອມ ຖ້າສໍາເລັດການສໍາຫຼວດໃນດ້ານຕ່າງໆ ຈະສົ່ງຜົນການສໍາຫຼວດ ບໍ່ວ່າຈະເປັນດ້ານບວກ ຫຼື ດ້ານລົບໃຫ້ລັດຖະບານເພື່ອພິຈາລະນາ ແລະ ຖ້າລັດຖະບານອະນຸຍາດໃຫ້ມີການກໍ່ສ້າງໂຮງງານດັ່ງກ່າວ ສອງບໍລິສັດຈະມີການລົງທຶນຫຼາຍກວ່າ 15 ຕື້ກີບ  (1,7 ຕື້​ໂດ​ລາ) ແລະ ຄາດ​ວ່າ​​ຈະມີການສ້າງໃຫ້ສໍາເລັດ​ໃນ​ປີ 2027.

ພິ­ທີ​ເຊັນສັນຍາ​ກ່ຽວກັບການເລີ່ມສຶກສາຄວາມເປັນໄປໄດ້ຂອງໂຄງການດັ່ງກ່າວໄດ້ຈັດ​ຂຶ້ນໃນບໍ່ດົນມານີ້​ ຢູ່​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ໂດຍການເຂົ້າຮ່ວມຂອງ ​ທ່ານ​ ນາງ ຄຳ​ຈັນ ວົງ​ແສນ​ບຸນ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ, ທ່ານ ຈັນ​ສອນ ແສນ​ບຸດ­ຕະ­ລາດ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ແລະ ທ່ານ ຄຳ​ຕັນ ພົມ​ມະ​ທັດ ຮອງ​ປະ­ທານ KMX ຕາງ­ໜ້າ​ໃຫ້​ບໍ­ລິ­ສັດ​ຮ່ວມ​ທຶນ EPIC-KMX.

ຂ່າວ: ວຽງຈັນທາຍ

ພາບ: ສະບາໄພ

Related Articles

Leave a Reply