ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດພິທີເຊັນສັນຍາໂຄງການປັບປຸງເສັ້ນທາງ ຢູ່ 3 ແຂວງ: ຄຳມ່ວນ, ສະຫວັນນະເຂດ ແລະ ສາລະວັນ.
ຈຸດປະສົງໂຄງການແມ່ນເພື່ອຍົກລະດັບເສັ້ນທາງ ຮອງຮັບການຄ້າ-ທ່ອງທ່ຽວ-ໂລຈິດສະຕິກ ແລະ ເພື່ອການເຊື່ອມໂຍງ-ເຊື່ອມຈອດ ໃຫ້ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ.
ພິທີເຊັນສັນຍາໂຄງການໄດ້ຈັດຂື້ນຢ່າງເປັນທາງການ ໃນວັນທີ 23 ເມສາ, ທີ່ ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານ ອິນທະປະດາ ສິດທິມໍລະດາ, ຫົວໜ້າໂຄງການໄດ້ກ່າວລາຍງານວ່າ ໂຄງການ “Climate Resilient Road Connectivity Improvement Project” ຫຼື CRRCIP ແມ່ນໂຄງການປັບປຸງທາງຫຼວງທ້ອງຖິ່ນ ເພື່ອຍົກລະດັບການເຊື່ອມໂຍງ-ເຊື່ອມຈອດ ແລະ ເສີມສ້າງຄວາມທົນທານໃຫ້ໂຄງສ້າງພື້ນຖານດ້ານຄົມມະນາຄົມ ຕໍ່ຜົນກະທົບຈາກການປ່ຽນແປງດິນຟ້າອາກາດ.
ໂຄງການນີ້ ຈະຈັດຕັ້ງປະຕິບັດໃນ 3 ແຂວງ ຄື: ແຂວງ ຄຳມ່ວນ, ແຂວງ ສະຫວັນນະເຂດ ແລະ ແຂວງ ສາລະວັນ.
ເປົ້າໝາຍສຳຄັນຂອງໂຄງການ ແມ່ນການປັບປຸງ ແລະ ຍົກລະດັບທາງຫຼວງທ້ອງຖິ່ນ (ທາງເມືອງ ແລະ ທາງຊົນນະບົດ) ໃຫ້ສາມາດເຊື່ອມຈອດເຂົ້າກັບທາງຫຼວງແຫ່ງຊາດ ແລະ ເສັ້ນທາງຫຼັກໃນແລວເສດຖະກິດ ຕາເວັນອອກ-ຕາເວັນຕົກ ລະຫວ່າງ ປະເທດ ຫວຽດນາມ ແລະ ປະເທດ ໄທ ໃຫ້ສາມາດສັນຈອນໄດ້ທຸກລະດູ.
ທາງຫຼວງທີ່ຈະໄດ້ຮັບການເຊື່ອມຈອດ ປະກອບມີ ເສັ້ນທາງເລກ 1, 8, 9, 11, 12, 13 ໃຕ້, 15 ແລະ 20 ຊຶ່ງເປັນເສັ້ນທາງສຳຄັນຂອງພາກກາງ-ພາກໃຕ້ ໃນການຂົນສົ່ງສິນຄ້າ, ການຜະລິດ, ການທ່ອງທ່ຽວ, ໂລຈິດສະຕິກ ແລະ ການເຂົ້າເຖິງບໍລິການພື້ນຖານຂອງປະຊາຊົນ.
ໂຄງການນີ້ ບໍ່ພຽງແຕ່ຊ່ວຍຍົກລະດັບໂຄງສ້າງພື້ນຖານດ້ານການຄົມມະນາຄົມ ແຕ່ຍັງເປັນກົນໄກສຳຄັນ ໃນການຊຸກຍູ້ການຄ້າ, ການລົງທຶນ, ການທ່ອງທ່ຽວ, ການສ້າງອາຊີບ ແລະ ການຫຼຸດຜ່ອນຄວາມທຸກຍາກ ໃຫ້ແກ່ປະຊາຊົນໃນເຂດຊົນນະບົດ ຢ່າງຍືນຍົງ.

