ເຖິງແມ່ນວ່າລັດຖະບານລາວໄດ້ສຸມໃສ່ແກ້ໄຂ ບັນຫາດ້ານໂພສະນາການ ແຕ່ກໍ່ສາມາດແກ້ໄຂ ໄດ້ພຽງລະດັບໜຶ່ງເທົ່ານັ້ນ ປັດຈຸບັນຍັງມີເດັກ ນ້ອຍລາວ 1 ໃນ 3 ຫຼື ເກືອບ 300.000 ຄົນ ມີການພັດທະນາດ້ານຮ່າງກາຍບໍ່ເຕັມສ່ວນ.
ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດ ຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທັງເປັນປະທານຄະນະກຳມະການ ແຫ່ງຊາດດ້ານໂພສະນາການ ໄດ້ກ່າວຢູ່ກອງປະ ຊຸມໂພສະນາການແຫ່ງຊາດປະຈຳປີ 2019 ຄັ້ງທີ 5 ແລະ ກອງປະຊຸມຄະນະກຳມະການໂພສະນາ ການແຫ່ງຊາດທີ່ໄດ້ຈັດຂຶ້ນໃນບໍ່ດົນມານີ້ຢູ່ນະ ຄອນຫຼວງວຽງຈັນວ່າ: ຍ້ອນໄດ້ຮັບຜົນສະທ້ອນຈາກການຂາດສານອາ ຫານຊໍ້າເຮື້ອ ໄດ້ເຮັດໃຫ້ການພັດທະນາການດ້ານ ຮ່າງກາຍຂອງເດັກນ້ອຍລາວ ໃນດ້ານຕ່າງໆ ບໍ່ວ່າຈະເປັນລວງສູງ, ຄວາມຄິດຄວາມອ່ານ ຫຼື ຄວາມສະຫຼາດຍັງຈຳກັດ ຍ້ອນຂາດວິຕະມິນ ແລະ ແຮ່ທາດ ລວມທັງບໍ່ມີຄວາມໝັ້ນຄົງໃນ ການຜະລິດສະບຽງອາຫານຢູ່ພາຍໃນປະເທດ ເນື່ອງຈາກສະພາບດິນຟ້າອາກາດ, ປະຊາຊົນບໍລິໂພກອາຫານບໍ່ຫຼາກຫຼາຍ ແລະ ການກິນດື່ມທີ່ບໍ່ເໝາະສົມໄດ້ເຮັດໃຫ້ເກີດບັນຫາດ້ານໂພສະນາການເຮັດໃຫ້ເກີດພະຍາດຫຼາຍຊະນິດແຊກຊ້ອນທີ່ເກີດທັງເດັກນ້ອຍ ແລະ ຜູ້ໃຫ່ຍ ໂດຍສະເພາະຢູ່ເຂດຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ.
ທ່ານ ສອນໄຊ ໄດ້ກ່າວຕື່ມວ່າ: ຕໍ່ບັນຫາດັ່ງກ່າວ ລັດຖະບານເຮົາຍັງມີພາລະອັນໝັກໜ່ວງ ເພື່ອຈະໃຫ້ການລົງທຶນດ້ານໂພສະນາການພັດ ທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບ ຍືນຍົງ ແລະ ປະກົດເປັນຈິງເທື່ອລະກ້າວ. ນັບແຕ່ທ້າຍປີ 2019 ຫາ 2022 ປະເທດລາວ ໄດ້ຮັບການຊ່ວຍເຫຼືອລ້າຈາກສາກົນ ເພື່ອລົງທຶນ ໃສ່ວຽກງານໂພສະນາການມູນຄ່າປະມານ 42 ລ້ານເອີໂຣ ພ້ອມນັ້ນ ທະນາຄານໂລກ ໄດ້ໃຫ້ ການຊ່ວຍເຫຼືອລ້າ ແລະ ໃຫ້ເງິນກູ້ຢືມດອກເບ້ຍ ຕໍ່າປະມານ 105 ລ້ານໂດລາ ສະຫະລັດ ເລີ່ມແຕ່ປີ 2020 ຫາ 2025 ເພື່ອແກ້ໄຂການຄໍ້າປະກັນສະບຽງອາຫານ ແລະ ໂພສະນາການຢູ່ໃນລາວ.
ຂ່າວ-ພາບ : ສົມພາວັນ