ໃນໄລຍະເດືອນຕຸລາ 2025 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 80 ຄົນ, ມີຜູ້ບາດເຈັບ 886 ຄົນ ແລະ ພາຫະນະເປ່ເພ 1,035 ຈາກອຸບັດເຫດເກີດຂຶ້ນທັງໝົດ 579 ຄັ້ງ ແຕ່ເມື່ອທຽບໃສ່ກັບຜູ້ເສຍຊີວິດໃນເດືອນກັນຍາ2025 ເພີ່ມຂຶ້ນ 20 ຄົນ.ຊຶ່ງມີຜູ້ເສຍຊີວິດ 70 ຄົນ.
ອີງຕາມຂໍ້ມູນການເກີດອຸບັດເຫດທົ່ວປະເທດປະຈຳເດືອນຕຸລາ 2025 ທີ່ຜ່ານມາ ຂອງກົມຕຳຫຼວດຈາລະຈອນ ວ່າ: ສາຍເຫດທີ່ພາໃຫ້ເກີດອຸບັດເຫດແຕ່ລະຄັ້ງ ສ່ວນໃຫຍ່ເກີດຈາກການລະເມີດກົດລະບຽບການສັນຈອນຂອງຜູ້ຂັບຂີ່ ໂດຍສະເພາະຂັບຂີ່ໄວເກີນກຳນົດ, ດື່ມສິ່ງມຶນເມົາ ແລະ ອື່ນໆ ແລະ ສ່ວນຫຼາຍ ອຸບັດເຫດ ແມ່ນເກີດຂຶ້ນໃນໄລຍະແຕ່ 17:00 ໂມງ ຫາ 24:00 ໂມງ ໃນກຸ່ມອາຊີບກໍາມະກອນສູງກວ່າໝູ່, ຮອງລົງມາແມ່ນອາຊີບ ນັກຮຽນ-ນັກສຶກສາ.
ຕໍ່ສະພາບການເກີດອຸບັດເຫດ ດັ່ງກ່າວ, ຂໍໃຫ້ຜູ້ທີ່ໃຊ້ລົດໃຊ້ຖະໜົນຕ້ອງຮ່ວມໃຈກັນປະຕິບັດກົດລະບຽບການສັນຈອນທາງບົກໃຫ້ເຄັ່ງຄັດ ມີສະຕິໃນການຂັບຂີ່ແຕ່ລະຄັ້ງ ເຊັ່ນ: ເມົາແລ້ວຫ້າມຂັບ ຂັບຂີ່ລົດຈັກຕ້ອງໃສ່ໝວກກັນກະທົບທຸກຄັ້ງ ແລະ ກວດກາສະພາບລົດໃຫ້ມີຄວາມພ້ອມ ແລ້ວຈຶ່ງອອກເດີນທາງ ບັນຫາການເກີດອຸບັດເຫດມັນຈຶ່ງຈະຫຼຸດລົງ.


