Vientiane Times Lao
 ເດືອນ​ສິງຫາ 2025, ມີຜູ້ເສຍຊີວິດເຖິງ 61 ຄົນ ຈາກອຸບັດເຫດໃນທົ່ວປະເທດ

 ເດືອນ​ສິງຫາ 2025, ມີຜູ້ເສຍຊີວິດເຖິງ 61 ຄົນ ຈາກອຸບັດເຫດໃນທົ່ວປະເທດ

ໃນໄລຍະເດືອນ​ສິງຫາ 2025 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 61 ຄົນ, ມີຜູ້ບາດເຈັບ 593 ຄົນ ພາຫະນະ​ເປ່ເພ​ 824 ຄັນ ຈາກອຸບັດເຫດເກີດຂຶ້ນທັງໝົດ 452 ຄັ້ງ ແຕ່ເມື່ອທຽບໃສ່ກັບຜູ້ເສຍຊີວິດໃນເດືອນກໍລະກົດ 2025 ຫຼຸດລົງ 2 ຄົນ ຊຶ່ງມີຜູ້ເສຍຊີວິດ 63 ຄົນ.

ອີງຕາມຂໍ້ມູນ​ການ​ເກີດ​ອຸ­ບັດ­ເຫດ​ທົ່ວ​ປະ­ເທດ​ປະ­ຈຳ​ເດືອນສິງຫາ 2025 ທີ່ຜ່ານມາ ຂອງກົມ​ຕຳ­ຫຼວດ​ຈາລະຈອນ ​ວ່າ: ສາຍເຫດທີ່ພາໃຫ້ເກີດອຸບັດເຫດແຕ່ລະຄັ້ງ ສ່ວນໃຫຍ່ເກີດຈາກການລະເມີດກົດລະບຽບການສັນຈອນຂອງຜູ້ຂັບຂີ່ ໂດຍສະເພາະຂັບ​ຂີ່​ໄວ​ເກີນ​ກຳ­ນົດ, ດື່ມສິ່ງມຶນເມົາ ແລະ ອື່ນໆ ແລະ ສ່ວນຫຼາຍ ອຸບັດເຫດ ແມ່ນເກີດຂຶ້ນໃນໄລຍະແຕ່ 17:00 ໂມງ ຫາ 24:00 ໂມງ ໃນກຸ່ມອາຊີບກໍາມະກອນ.

ຕໍ່ສະພາບການເກີດອຸບັດເຫດ ດັ່ງກ່າວ, ຂໍໃຫ້​ຜູ້​ທີ່​ໃຊ້​ລົດ​ໃຊ້​ຖະ­ໜົນ​ຕ້ອງ​ຮ່ວມ​ໃຈ​ກັນ​ປະ­ຕິ­ບັດ​ກົດ​ລະ­ບຽບ​ການ​ສັນ­ຈອນ​ທາງ­ບົກ​ໃຫ້​ເຄັ່ງ​ຄັດ ມີ​ສະ­ຕິ​ໃນ​ການ​ຂັບ​ຂີ່​ແຕ່​ລະ​ຄັ້ງ ເຊັ່ນ: ເມົາ​ແລ້ວ​ຫ້າມ​ຂັບ ຂັບ​ຂີ່​ລົດ­ຈັກ​ຕ້ອງ​ໃສ່​ໝວກ​ກັນ​ກະ­ທົບ​ທຸກ​ຄັ້ງ ແລະ ກວດ­ກາ​ສະ­ພາບ​ລົດ​ໃຫ້​ມີ​ຄວາມ​ພ້ອມ ແລ້ວ​ຈຶ່ງ​ອອກ​ເດີນ­ທາງ ບັນ­ຫາ​ການ​ເກີດ​ອຸ­ບັດ­ເຫດ​ມັນ​ຈຶ່ງ​ຈະ​ຫຼຸດ​ລົງ.

Related Articles

Leave a Reply