Vientiane Times Lao
ເຕືອນ! ປະຊາຊົນພາກກາງ ແລະ ພາກໃຕ້ ກຽມຮັບມືກັບຝົນຕົກຟ້າຮ້ອງຟ້າເຫຼື້ອມ ແລະ ລົມພັດແຮງໃນໄລຍະ 4 ວັນຂ້າງໜ້າ

ເຕືອນ! ປະຊາຊົນພາກກາງ ແລະ ພາກໃຕ້ ກຽມຮັບມືກັບຝົນຕົກຟ້າຮ້ອງຟ້າເຫຼື້ອມ ແລະ ລົມພັດແຮງໃນໄລຍະ 4 ວັນຂ້າງໜ້າ

ກົມ​ອຸຕຸນິຍົມ​ ແລະ​ ອຸທົກກະສາດໄດ້ພະຍາກອນສະພາບອາກາດໃນໄລຍະ 4 ວັນຂ້າງໜ້າວ່າ: ​ນັບແຕ່ວັນທີ 19 ຫາ 23 ພຶດສະພາ 2021 ສະພາບອາກາດຮ້ອນເອົ້າຫຼາຍ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມເພີ່ມຂຶ້ນໃນແຕ່ລະພາກ ແລະ ຕົກປານກາງ ຫາ ໜັກ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນຢູ່ແຂວງພາກກາງ ແລະ ພາກໃຕ້ ເນື່ອງຈາກລົມມໍລະສຸມລົມຕາເວັນຕົກສ່ຽງໃຕ້​ ຈະມີກຳລັງແຮງພັດປົກຄຸມເປັນສ່ວນໃຫຍ່.

ຕໍ່ກັບສະພາບອາກາດດັ່ງກ່າວ, ກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ແຈ້ງເຕືອນເຖິງປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດຮ້ອນ ຫາ​ ຮ້ອນເອົ້າຫຼາຍ ທີ່ຈະເຮັດເກີດມີອັກຄີໄພ ແລະ ມີສະຕິລະມັດລະວັງຕໍ່ສະພາບຝົນຕົກຟ້າຮ້ອງຟ້າເຫຼື້ອມ ແລະ ຟ້າຜ່າ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້, ປ້າຍໂຄສະນາ ແລະ ເສົາໄຟຟ້າຫັກລົ້ມ, ໃນເວລາຝົນຕົກຟ້າຮ້ອງຟ້າເຫຼື້ອມໃຫ້ຫຼີກລ່ຽງຈາກການໄປຢູ່ກ້ອງຕົ້ນໄມ້ໃຫຍ່ ເພາະອາດຈະຖືກຟ້າຜ່າ ແລະ ອື່ນໆ.

ຂໍ້ມູນ: ກົມ​ອຸຕຸນິຍົມ​ ແລະ​ ອຸທົກກະສາດ

Related Articles

Leave a Reply