ມື້ນີ້ເປັນວັນທີ 2 ໃນຈໍານວນ 3 ວັນ ຕາມປະຕິທິນປີນີ້ ໃນການສະເຫຼີມສະຫຼອງເທດສະການປີໃໝ່ລາວ ພສ 2563 ແຕ່ປະກົດວ່າງຽບເຫົງາເປັນພິເສດ ໂດຍສະເພາະວັດໃຫ່ຍໆ ຢູ່ທົ່ວນະຄອນຫຼວງວຽງຈັນ ໄດ້ປິດປະຕູ ແລະ ໃສ່ກຸນແຈໄວ້.
ແຕ່ລະປີຜ່ານມາມີປະຊົນຊົນຊາວພຸດ ລວມທັງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ພາກັນມາຫົດສົງນໍ້າພະ ແລະ ທໍາບຸນກິນທານກັນຢ່າງໝາແໜ້ນ, ເຊິ່ງຕາມທ້ອງຖະໜົນຫຼວງກໍ່ມີລົດແລ່ນໄປມາຢ່າງແອອັດ ແລະ ຢູ່ໃນວັດກໍ່ມີການສົງນໍ້າພະ, ຄູບາອາຈານກໍ່ໄດ້ຜູກແຂກ, ອວຍພອນໃຫ້ພໍ່ອອກແມ່ອອກຍາດໂຍມໄດ້ໂຊກໄຊ ຕາມການເຊື່ອຖືຂອງຊາວພຸດ ແລະ ນອກນັ້ນ ຍັງມີກິດຈະກໍາຕ່າງໆທາງພຸດທະສາດສະໜາ.
ແຕ່ປີນີ້ ຍ້ອນການແຜ່ລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19, ເຊິ່ງບໍ່ມີແຕ່ຢູ່ໃນລາວ, ມັນໄດ້ແຜ່ລະບາດໄປປະເທດຕ່າງໆໃນທົ່ວໂລກ ອັນເຮັດໃຫ້ລັດຖະບານລາວຂອງພວກເຮົາຕ້ອງມີຄໍາສັ່ງໃຫ້ທຸກຄົນຢູ່ເຮືອນເພື່ອຫຼີກເວັ້ນການຕິດເຊື້ອ ພະຍາດດັ່ງກ່າວ ຍົກເວັ້ນຜູ້ຈໍາເປັນເທົ່ານັ້ນ.
ພ້ອມກັນນັ້ນ, ຫ້ອງການບໍລິຫານພຸດທະສາສະໜາສໍາພັນແຫ່ງ ສປປ ລາວ ກໍ່ໄດ້ອອກແຈ້ງການ ໄປຍັງພະຫຼັກຄໍາ, ເຈົ້າແຂວງ, ນະຄອນຫຼວງ ໃນຂອບເຂດທົ່ວປະເທດ ໃຫ້ງົດການຈັດງານບຸນປະເພນີຫົດນໍ້າສົງພະປີໃໝ່ລາວ ເພື່ອບໍ່ໃຫ້ມີການຊຸມນຸມຂອງມວນຊົນ ແລະ ຂໍໃຫ້ພະສົງພາຍໃນວັດແຕ່ລະວັດເຮັດພິທີຫົດສົງພະພຸດທະຮູບຕາມຮີດຄອງປະເພນີເລັກນ້ອຍເທົ່ານັ້ນ.
ນັບມາຮອດ ວັນທີ 13 ເມສາ 2020 ທົ່ວປະເທດມີຜູ້ຕິດເຊື້ອພະຍາດ ໂຄວິດ-19 ທັງໝົດ 19 ຄົນ ເພດຍິງ 10 ຄົນ. ສໍາລັບຜູ້ຕິດເຊື້ອພະຍາດໂຄວິດ-19 ກວດພົບຢູ່ນະຄອນຫຼວງວຽງຈັນ 16 ຄົນ ເປັນຊາວຕ່າງປະເທດ 1 ຄົນ ແລະ ຢູ່ນະຄອນຫຼວງພະບາງ 3 ຄົນ.
ຂ່າວ-ພາບ: ຄຳພັນ