Vientiane Times Lao
ເທດສະການຮູບເງົາບ້ານເຮົາກຽມສາຍຢູ່ແຂວງຊຽງຂວາງ

ເທດສະການຮູບເງົາບ້ານເຮົາກຽມສາຍຢູ່ແຂວງຊຽງຂວາງ

ກຽມພົບກັບເທດສະການຮູບເງົາລາວ ທີ່ງານ “ຮູບເງົາບ້ານເຮົາ” ເຊິ່ງຈະ​ຈັດ​ຂຶ້ນທີ່ຫໍສະໝຸດມິດຕະພາບແຂວງຊຽງຂວາງ-ໂຮຈິມີນ ໃນວັນທີ 5-6 ມີນາ ນີ້ ເລີ່​ມແຕ່ເວລາ 18 ໂມງ ຫາ 23 ໂມງ.

ຮູບ​ເງົາ​ທີ່​ຈະ​ນໍາ​ໄປ​ສາຍ​ໃນ​ງານ​ດັ່ງກ່າວລວມມີ 4 ເລື່ອງ ເຊັ່ນ: ໄຂ່ຂວັນ, ນ້ອງຮັກ, ສຽງສຸດທ້າຍ ແລະ ນ້ອຍ.

ນອກຈາກຈະໄດ້ເບິ່ງຮູບເງົາດີໆ ຂອງປະເທດເຮົາແລ້ວ ຜູ້ຊົມຍັງຈະໄດ້ພົບປະແລກປ່ຽນກັບຜູ້ກຳກັບການສ້າງຮູບເງົາ, ຮຽນຖ່າຍທຳ ແລະ ຕັດຕໍ່ຮູບເງົາ ດ້ວຍໂທລະສັບມືຖື ໂດຍບໍ່ໄດ້ເສຍຄ່າໃດໆ.

ຜ່ານມາງານດັ່ງກ່າວ​ໄດ້​ຈັດ​ຢູ່​ທີ່ສວນເຈົ້າອານຸວົງ ນະຄອນຫຼວງວຽງຈັນ ໃນ​ວັນ​ທີ 26-27 ກຸມພາ ແລະ ຢູ່ແຂວງໄຊຍະບູລີ ໃນວັນທີ 1-2 ມີນາ.

ຂ່າວ ສີສຸພັນ ອຳພອນພົງ

ພາບ: ທິມງານຮູບເງົາບ້ານເຮົາ

Related Articles

Leave a Reply