ເທສະການຄຳລາວຄັ້ງທຳອິດໃນລາວຈະຈັດຂຶ້ນໃນລະຫວ່າງວັນທີ 5-7 ກັນຍາ 2025 ທີ່ຈະມາເຖິງນີ້ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ເພື່ອເປັນການສ້າງກິດຈະກໍາສຳຄັນ ເພື່ອຊຸກຍູ້ສົ່ງເສີມ ໃຫ້ຂະແໜງການ ອຸດສາຫະກຳຄຳລາວເຕີບໃຫຍ່ຂະຫຍາຍ ຕົວ, ຄາດວ່າຈະມີຈຳນວນຜູ້ເຂົ້າຮ່ວມ ທັງພາຍໃນ ແລະ ຕ່າງປະເທດປະມານ 30.000 ຄົນ.
ທ່ານ ຈັນທອນ ສິດທິໄຊ ຜູ້ອໍານວຍການໃຫຍ່ ທະນາຄານຄໍາລາວ ຈໍາກັດ, ທັງເປັນປະທານຄະນະກຳມະການຈັດເທສະການ ຄຳລາວ 2025 ໄດ້ກ່າວໃນງານຖະແຫຼງຂ່າວທີ່ໄດ້ຈັດຂຶ້ນເມື່ອມໍ່ໆມານີ້ວ່າ: ເທສະການຄຳລາວ 2025 ແມ່ນການຈັດງານລະດັບຊາດປະຈຳປີ 2025 ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ, ງານດັ່ງກ່າວ ບໍ່ແມ່ນພຽງແຕ່ເປັນການເຕົ້າໂຮມທຸກພາກສ່ວນໃນອຸດສາຫະກໍາຄໍາ ແລະ ພາກສ່ວນປິ່ນອ້ອມອື່ນໆເທົ່ານັ້ນ, ແຕ່ຍັງເປັນການສ້າງກິດຈະກໍາສຳຄັນ ເພື່ອຊຸກຍູ້ສົ່ງເສີມ ໃຫ້ຂະແໜງການ ອຸດສາຫະກຳຄຳລາວເຕີບໃຫຍ່ຂະຫຍາຍ ຕົວ ແລະ ກາຍເປັນທ່າແຮງສຳຄັນໃນການ ດຶງດູດການທ່ອງທ່ຽວ, ການອະນຸລັກວັດທະນະທຳ ແລະ ການຮັກສາຮີດຄອງປະເພນີອັນດີງາມຂອງຊາດລາວ, ພ້ອມທັງ ຈະປະກອບສ່ວນເປັນພື້ນຖານສຳຄັນໃນການພັດທະນາເສດຖະກິດ-ສັງຄົມໃນປັດຈຸບັນ ກໍຄື ອະນາຄົດ.
ທ່ານ ຈັນທອນ ກ່າວຕື່ມວ່າ: ການຈັດງານເທສະການຄຳລາວ ຄັ້ງທຳອິດໃນປີ 2025 ນີ້, ຍັງເປັນການສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງທະນາຄານຄໍາລາວ ໃນການສົ່ງເສີມ ແລະ ພັດທະນາອຸດສາຫະກຳຄໍາໃຫ້ນັບມື້ມີການຂະຫຍາຍຕົວ, ພ້ອມທັງ ເປັນການສ້າງໂອກາດໃຫ້ແກ່ປະຊາຊົນລາວໃນການມີສ່ວນຮ່ວມໃນການພັດທະນາເສດຖະກິດແບບຍືນຍົງ ແລະ ມີຄວາມຫຼາກຫຼາຍ.