Vientiane Times Lao
ເປີດການຮຽນ-ການສອນ ຫຼັກສູດຮຽນໃໝ່ ສາຂາ ປັນຍາປະດິດ (AI) ຢູ່ ມະຫາວິທະຍາໄລ ແຫ່ງຊາດລາວ

ເປີດການຮຽນ-ການສອນ ຫຼັກສູດຮຽນໃໝ່ ສາຂາ ປັນຍາປະດິດ (AI) ຢູ່ ມະຫາວິທະຍາໄລ ແຫ່ງຊາດລາວ

ມະຫາວິທະຍາໄລ ແຫ່ງຊາດລາວ (ມຊ) ແລະ ມະຫາວິທະຍາໄລ ວິທະຍາສາດ ແລະ ເຕັກໂນໂລຊີ ຄຸນມິງ, ສປ ຈີນ ໄດ້ຮ່ວມກັນເປີດສອນຫຼັກສູດຮຽນໃໝ່ ສາຂາວິຊາ ປັນຍາປະດິດ (AI), ລະດັບປະລິນຍາຕີ.

ປັດຈຸບັນກຳລັງເປີດລົງທະບຽນຮັບນັກສຶກສາໃໝ່ ສົກຮຽນ 2025-2026, ເລີ່ມເປີດແຕ່ມື້ນີ້ ຈົນເຖິງ ວັນທີ 24/9/2025.

ສຳລັບການສອບເສັງເຂົ້າຮຽນ ຈະຖືກຈັດຂື້ນ ໃນວັນທີ 25/9/2025, ທີ່ ຄະນະ ວິທະຍາສາດທໍາມະຊາດ, ມະຫາວິທະຍາໄລ ແຫ່ງຊາດລາວ, ນະຄອນຫຼວງວຽງຈັນ.

ຫຼັກສູດປະລິນຍາຕີ ສາຂາ ປັນຍາປະດິດ (AI) ເປັນຫຼັກສູດຮຽນ 4 ປີ, ນັກສຶກສາ ປີ 1-2 ຈະໄດ້ຮຽນຢູ່ ສປປ ລາວ ທີ່ ຄະນະວິທະຍາສາດທໍາມະຊາດ, ມຊ.

ນັກສຶກສາ ປີ 3-4 ຈະໄດ້ຮຽນຢູ່ ຄະນະວິສະວະກຳຂໍ້ມູນຂ່າວສານ ແລະ ອັດຕະໂນມັດ, ມະຫາວິທະຍາໄລ ວິທະຍາສາດ ແລະ ເຕັກໂນໂລຊີ ຄຸນມິງ, ສປ ຈີນ.

ໄລຍະທີ່ສຶກສາຢູ່ ສປ ຈີນ, ນັກສຶກສາລາວ ຈະໄດ້ຮັບທຶນການສຶກສາ, ລວມຄ່າຮຽນ, ຄ່າຫໍພັກ ແລະ ຄ່າປະກັນໄພ ແລະ ເງິນເບ້ຍລ້ຽງ 1,400 ຢວນ/ເດືອນ/ຄົນ.

ເມື່ອສຳເລັດການສຶກສາ ຈະໄດ້ຮັບ 2 ໃບປະກາດສະນີຍະບັດ ຈາກ ມະຫາວິທະຍາໄລ ແຫ່ງຊາດລາວ ແລະ ມະຫາວິທະຍາໄລ ວິທະຍາສາດ ແລະ ເຕັກໂນໂລຊີ ຄຸນມິງ, ສປ ຈີນ.

Related Articles

Leave a Reply